ຈີນ​ກ່​າວ​ວ່າ ຈີນ​ແລະ​ປະ​ເທດ​ອາ​ຊຽນ​ມີ​ຄວາມ​ສາ​ມາດໃນ​ການ​ບັນ​ລຸ​ຫຼັກ​ການພາກ​ພື້ນທີ່​ປະ​ຕິ​ບັດ​ຮ່ວມ​ກັນ

2018-08-03 16:16:12 |ມາຈາກ: CRI

ວັນ​ທີ 2 ສິງ​ຫາ​ນີ້, ທ່ານ ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນ​ຢູ່​ສິງ​ກະ​ໂປ.

ທ່ານ ວາງ​ຢີ້ ກ່າວ​ວ່າ: ເມື່ອ​ກີ້ນີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສິງ​ກະ​ໂປ​ໄດ້​ປະ​ກາດ​ວ່າຈີນ​ແລະ​ປະ​ເທດ​ອາ​ຊຽນ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະພາບ​ກ່ຽວ​ກັບ​ຮ່າງ​ເນື້ອ​ໃນ​ປຶກ​ສາ​ຫາ​ລື​ສະ​ບັບ​ໜຶ່ງຂອງ “ກົດ​ແຫ່ງ​ການ​ປະ​ພຶດ​ຂອງ​ທະ​ເລ​ຈີນ​ໃຕ້”​ຫຼືCOC. ນີ້​ແມ່ນ​ຄວາມ​ຄືບ​ໜ້າ​ທີ່​ສຳ​ຄັນ​ແລະ​ໃຫຍ່​ຫຼວງທີ່​ສຸດອີກ​ອັນ​ໜຶ່ງ​ທີ່​ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ການ​ປຶກ​ສາ​ຫາ​ລືກົດດັ່ງ​ກ່າວ. ຄວາມ​ຈິງໄດ້​ຢັ້ງ​ຢືນ​ວ່າ, ຈີນ​ແລະ​ປະ​ເທດ​ອາ​ຊຽນ​ມີ​ຄວາມ​ສາ​ມາດ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖ​ຽນ​ລະ​ພາບ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້,ມີ​ຄວາມ​ສາ​ມາດ​ບັນ​ລຸ​ຫຼັກ​ການ​ພາກ​ພືນ​ທີ່​ປະ​ຕິ​ບັດ​ຮ່ວມ​ກັນ​ໄດ້​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື.

ທ່ານ ວາງ​ຢີ້ ກ່າວ​ຕື່ມ​ວ່າ, ໃນ​ຫຼາຍ​ມື້​ກ່ອນ, ຈີນ​ໄດ້ສົ່ງກຳ​ປັ່ນ​ຊ່ວຍ​ເຫຼືອ​ທາງ​ທະ​ເລ​ທີ່​ກ້າວ​ໜ້າ​ທີ່​ສຸດ​ຂອງ​ຈີນ,​ພ້ອມ​ທັງໄດ້​ຈັດ​ສັນ​ໜ່ວຍ​ຄົ້ນ​ຫາ​ແລະ​ຊ່ວຍ​ເຫຼືອ​ວິ​ຊາ​​ການ​​ນຳ​ອີກ​ເດີນ​ທາງ​ໄປ​ປະ​ຈຳ​ການ​ຢູ່​ນານ​ຊ່າ,ເພື່ອຈະ​ສາ​ມາດ​ໃຫ້​ການ​ບໍ​ລິ​ການ​ດ້ານ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ເລ​ແກ່​ເຮືອ​ຂອງ​ບັນ​ດາ​ປະ​ເທດ​ທີ່​ມີ​ຄວາມ​ຕ້ອງ​ການໄດ້​ໃນ​ເວ​ລາ​ທັນ​ການ. ໃນ​ຕໍ່​ໜ້າ,ຈີນ​ຍັງ​ຈະ​ໃຫ້​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ປະ​ໂຫຍດ​ສາ​ກົນ​ແກ່​ປະ​ເທດ​ໃນ​ພາກ​ພື້ນ​ຕາມ​ລຳ​ດັບ​ເຊັ່ນ:ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ແລະ​ອຸ​ຕຸ​ນິ​ຍົມ​ເປັນ​ຕົ້ນ.