ກໍ່ສ້າງຢຸນນານໃຫ້ກາຍເປັນແຂວງທີ່ງາມທີ່ສຸດໃນຈີນ

2018-08-06 09:56:42 |ມາຈາກ: 澜湄趴

ຕັ້ງເປົ້າຫມາຍນ້ອຍອັນຫນຶ່ງໄວ້ກ່ອນ,
ຫຼັງຈາກນັ້ນບັນລຸມັນໃຫ້ເປັນຈິງ,
ນີ້ແມ່ນແຜນຂອງບຸກຄົນຫນຶ່ງ.
ຕັ້ງເປົ້າຫມາຍນ້ອຍອັນຫນຶ່ງໄວ້ກ່ອນ:
ກໍ່ສ້າງຢຸນນານໃຫ້ກາຍເປັນແຂວງທີ່ງາມທີ່ສຸດ
ໃນປະເທດຈີນນີ້ແມ່ນແຜນຂອງແຂວງຫນຶ່ງ.

ໃນວັນທີ 17 ເດືອນກໍລະກົດ,
ກອງປະຊຸມເປີດກວ້າງຂອງຄະນະປະຈໍາພັກ
ແຂວງຢຸນນານໄດ້ສະເຫນີ"ເປົ້າຫມາຍນ້ອຍ":
ຍຶດໝັ້ນໃນຄວາມງາມຂອງນິເວດ,
ຄວາມງາມຂອງສິ່ງແວດລ້ອມ,
ຄວາມງາມຂອງຕົວເມືອງ,
ຄວາມງາມຂອງຊົນນະບົດ,
ຄວາມງາມຂອງພູຜາສາຍນ້ຳ,
ເພື່ອກໍ່ສ້າງຢຸນນານໃຫ້ກາຍເປັນແຂວງທີ່ງາມທີ່ສຸດ

ແນ່ນອນ,ນີ້ບໍ່ແມ່ນ"ເປົ້າຫມາຍນ້ອຍ"ແລ້ວ,
ແຕ່ແມ່ນຄວາມໃຝ່ຝັນອັນໃຫຍ່.
ແລ້ວຈະບັນລຸໃຫ້ເປັນຈິງໄດ້ແນວໃດ?
ຢຸນນານຈະປະຕິບັດຕາມນີ້

ປ້ອງກັນແລະຄວບຄຸມມົນລະພິດຢ່າງເດັດຂາດ
ດ້ວຍມາດຕະຖານທີ່ສູງທີ່ສຸດ,ລະບົບທີ່ເຄັ່ງ
ຄັດທີ່ສຸດ,ການບັງຄັບໃຊ້ກົດຫມາຍທີ່ຫນັກ
ແຫນ້ນ,ມາດຕາການປະຕິບັດທີ່ເປັນຜົນທີ່
ສຸດ,ປ້ອງກັນແລະຄວບຄຸມມົນລະພິດຢ່າງ
ເດັດຂາດ,ສ້າງກຳບັງຄວາມປອດໄພດ້ານ
ນິເວດໃນພາກຕາເວັນຕົກສຽງໃຕ້,ແລະມຸ່ງ
ຫມັ້ນທີ່ຈະເປັນຜູ້ນຳໃນການກໍ່ສ້າງຄວາມ
ສີວິໄລທາງນິເວດໃນທົ່ວປະເທດ.ຊຸກຍູ້
ແຜນການປະຕິບັດສາມຢ່າງກໍ່ຄືການ
ປ້ອງກັນແລະຄວບຄຸມມົນລະພິດທາງນ້ໍາ,
ອາກາດແລະດິນຢ່າງເປັນລະບົບ.ເສີມຂະ
ຫຍາຍຄວາມຮັບຜິດຊອບຂອງການປະ
ເມີນແລະສືບສວນກວດກາແລະປັບປຸງກົນ
ໄກໃນໄລຍະຍາວເພື່ອປົກປ້ອງສິ່ງແວດລ້ອມ.

ກໍ່ສ້າງຢຸນນານ
ໃຫ້ກາຍເປັນແຂວງທີ່ງາມທີ່ສຸດໃນປະເທດຈີນ
ເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນໃນ
ລະຫວ່າງການລົງກວດກາແຂວງຢຸນນານວ່າ
ສະພາບແວດລ້ອມດ້ານນິເວດເປັນຊັບສິນ
ອັນລໍ້າຄ່າຂອງຢຸນນານ,ກໍ່ຄືຂອງປະເທດຈີນ.
ຮຽກຮ້ອງໃຫ້ຢຸນນານເປັນຜູ້ນຳໃນການກໍ່
ສ້າງຄວາມສີວິໄລທາງນິເວດໃນທົ່ວປະເທດ.
ຄະນະພັກແລະລັດຖະບານທຸກລະດັບຕ້ອງ
ຖືເອົາການສ້າງຄວາມສີວິໄລທາງນິເວດແລະ
ວຽກງານການປົກປ້ອງສິ່ງແວດລ້ອມທາງນິ
ເວດເປັນພາລະກິດການເມືອງທີ່ສໍາຄັນ,ເປັນ
ໂຄງການດໍາລົງຊີວິດຂອງປະຊາຊົນທີ່ສໍາຄັນ
ແລະເປັນບັນຫາການພັດທະນາທີ່ສໍາຄັນ.

ສ້າງງານວາງສະແດງ
ສິນຄ້າຈີນ-ອາຊີໃຕ້ທີ່ບໍ່ມີວັນສິ້ນສຸດລົງ
ພາຍໃຕ້ແຜນການປະຕິບັດວຽກງານຢ່າງເລິກ
ເຊິ່ງຂອງເລຂາທິການໃຫຍ່ ສີຈິ້ນຜິງ ເປັນ
ຈິດວິນຍານຊີ້ນໍາທີ່ສໍາຄັນ"ເສີມຂະຫຍາຍ
ບົດບາດງານວາງສະແດງສິນຄ້າຈີນ-ອາຊີ
ໃຕ້ແລະການສ້າງເວທີໃຫມ່ສໍາລັບການ
ຮ່ວມມືແລະສ້າງປະໂຫຍດເຊິ່ງກັນແລະກັນ".
ບໍລິການແລະເຊື່ອມໂຍງເຂົ້າໃນການກໍ່
ສ້າງຂໍ້ລິເລີ່ມ"ໜຶ່ງແລວ ໜຶ່ງເສັ້ນທາງ"ຍົກ
ລະດັບຄວາມເປັນມືອາຊີບ,ລະດັບຕະຫຼາດ
ແລະລະດັບສາກົນຂອງງານວາງສະແດງ.

ກໍ່ສ້າງຢຸນນານໃຫ້ກາຍເປັນເປົ້າໝາຍຂອງການທ່ອງທ່ຽວລະດັບໂລກຢ່າງແທ້ຈິງ
ກອງປະຊຸມໄດ້ພິຈາລະນາແລະຕົກລົງເຫັນດີ
ໃນຫຼັກການ"ຄວາມຄິດເຫັນຫຼາຍຢ່າງກ່ຽວ
ກັບການເລັ່ງຂະຫຍາຍການຫັນປ່ຽນແລະ
ການຍົກລະດັບການທ່ອງທ່ຽວ"ສືບຕໍ່ແກ້ໄຂ
ຕາມລໍາດັບລະບຽບຕະຫຼາດການທ່ອງທ່ຽວ
ຢ່າງເຂັ້ມງວດ,ປັບປຸງຄຸນນະພາບຂອງການ
ບໍລິການການທ່ອງທ່ຽວຢ່າງຕໍ່ເນື່ອງ,ສ້າງສາ
ແລະປັບປຸງລະບົບມາດຕະຖານການທ່ອງ
ທ່ຽວລະບົບປະເມີນລາຄາທີ່ຫນ້າເຊື່ອຖື
ແລະກົນໄກລະບຽບການຄຸ້ມຄອງ,ອີງຕາມ
ເປົ້າຫມາຍການພັດທະນາຂອງ"ຄວາມເປັນ
ສາກົນ,ຄວາມມີລະດັບສູງ,ຄວາມເປັນພິເສດ
ແລະຄວາມມີພູມປັນຍາ"ສົ່ງເສີມການຫັນ
ປ່ຽນແລະການຍົກລະດັບການທ່ອງທ່ຽວ.

ນຳເອົາຄ່ານິຍົມແກນກາງ
ຂອງສັງຄົມນິຍົມເຊື່ອມໂຍງເຂົ້າໃນການ
ດັດແກ້ກົດຫມາຍແລະລັດຖະທໍາມະນູນ
ກອງປະຊຸມໄດ້ພິຈາລະນາແລະຕົກລົງເຫັນດີ
ໃນຫຼັກການ."ຄໍາເຫັນກ່ຽວກັບການປະຕິບັດ
ການລວມຕົວຂອງຄ່ານິຍົມແກນກາງສັງຄົມ
ນິຍົມເຂົ້າໃນຮ່າງກົດຫມາຍແລະນິຕິບັນຍັດ"
ສະຫນັບສະຫນູນອົງການນິຕິບັນຍັດເພື່ອ
ປະກອບເປັນຄ່ານິຍົມແກນກາງຂອງ
ສັງຄົມນິຍົມໃນການປະຕິຮູບກົດຫມາຍ.
ນຳພາມະຫາຊົນໃຫ້ປະຕິບັດຕາມ
ຄ່ານິຍົມແກນກາງຂອງສັງຄົມນິຍົມ.

ທິວທັດທໍາມະຊາດທີ່ສວຍງາມແລະອັດສະຈັນ
ມໍລະດົກວັດທະນະທໍາທີ່ລຶກລັບ
ເມືອງທີ່ສະອາດແລະເປັນລະບຽບຮຽບຮ້ອຍ
ວັດທະນະທໍາຊົນເຜົ່າທີ່ມີສີສັນແລະອຸດົມສົມບູນ
ຫມູ່ບ້ານແລະທົ່ງນາທີ່ງຽບສະຫງົບ
ແຂວງຢຸນນານເປັນແຂວງທີ່ສວຍງາມທີ່ສຸດໃນປະເທດຈີນແມ່ນບໍ່?
ທ່ານວ່າຈັ່ງໃດກໍຈັ່ງຊັ້ນແຫລະ ~