ເມືອງຢາວອ່ານແຂວງຢຸນນານຈັດງານວາງສະແດງງົວຄວາຍ

2018-08-06 14:45:39 |ມາຈາກ: Yunnan Gateway

ໃນວັນທີ 3 ເດືອນ ສິງຫາ,ເມືອງຢາວອ່ານຂອງກິ່ງແຂວງປົກຄອງຕົນເອງໂດຍເຜົ່າຢີນະຄອນສູ້ສົງແຂວງຢຸນນານໄດ້ຈັດງານວາງສະແດງງົວຄວາຍຄັ້ງທີ 3,ແຕ່ລະຕາແສງເມືອງບ້ານຂອງທົ່ວເມືອງໄດ້ເລືອກເອົາໂຕງົວຄວາຍທີ່ຄຸນນະພາບສູງຈຳນວນ 100 ໂຕເຂົ້າຮ່ວມການຄັດເລືອກ.ຊຸມປີມານີ້,ເມືອງຢາວອ່ານໄດ້ສຸມກຳລັງແຮງໃສ່ໃນການພັດທະນາລ້ຽງງົວພັນຊີ້ນ,ຄົ້ນຄວ້າກໍ່ສ້າງຮູບແບບ “ວິສາຫະກິດ+ສະຖານທີ່ພື້ນຖານ+ຄອບຄົວຊາວນາ”,ເຊິ່ງໄດ້ສະໜອງການຄໍ້າປະກັນດ້ານຂະແໜງການອັນແຂງແຮງເຂົ້າໃນຂະບວນການ “ການຕໍ່ສູ້ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ,ເຮັດໃຫ້ປະຊາຊົນມີຄວາມຮັ່ງມີຜາສຸກແລະເມືອງມີຄວາມເຂັ້ມແຂງ”.