ຈີນ​ຕອບ​ໂຕ້ອາ​ເມ​ລິ​ກາ​ກໍ​ລະ​ນີ​ທີ່​ຕຳ​ໜິ​ຈີນ​ສ້າງ​ເຂື່ອນ​ໄຟ​ຟ້າ​ຢູ່​ຍ່ານ​ເໜືອ​ແມ່​ນ້ຳ​ຂອງ​

2018-08-06 15:26:28 |ມາຈາກ: CRI

ຕໍ່​ກໍ​ລະ​ນີ​ທີ່​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​ຕຳ​ໜິ​ຈີນ​ສ້າງ​ເຂື່ອນ​ໄຟ​ຟ້າ​ຢູ່​ຍ່ານ​ເໜືອ​ແມ່​ນ້ຳ​ຂອງເປັນ​ການ​ສ້າງ​ຜົນ​ກະ​ທົບ​ຕໍ່​ປະ​ເທດ​ອື່ນ, ທ່ານ ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ໂຕ້​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໂດຍ​ກ່າວ​ວ່າ, ຄຳ​ເວົ້າ​ທີ່​ກ່ຽວ​ຂ້ອງ​ຂອງ​ຝ່າຍ​ອາ​ເມ​ຣິ​ກາ​ບໍ່​ມີ​ຫຼັກ​ຖານ​ອ້າງ​ອີງ​​ແຕ່​ຢ່າງໃດ,ຫາກມີ​ຈຸດ​ປະ​ສົງ​​ທີ່​ແອບ​ແຝງຕ່າງ​ຫາກ.

ທ່ານ ເກີງ​ສວງ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ​​ວ່າ: ໃນ​ຖາ​ນະ​ເປັນ​ປະ​ເທດ​ຢູ່​ຍ່​ານ​ເໜືອແມ່​ນ້ຳ​ຂອງ​,ຈີນ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ຄວາມ​ຕ້ອງ​ການ​ແລະ​ຄວາມ​ສົນ​ໃຈ​ຂອງ​ບັນ​ດາປະ​ເທດ​ຢູ່​ຍ່ານ​ໃຕ້​ມາ​ໂດຍ​ຕະ​ຫຼອດ ແລະຮັກ​ສາ​ການພົວ​ພັນ​ຢ່າງ​ໃກ້​ຊິດ​ກັບ​ປະ​ເທດ​ຍ່ານ​ໃຕ້​ມາ​ໂດຍ​ຕະ​ຫຼອດ,ໄດ້​ສຸມ​ໃສ່​ຮ່ວມ​ມື​ດ້າ​ນ​ຊັບ​ພະ​ຍາ​ກອນ​ນ້ຳ​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໂດຍ​ຊົມ​ໃຊ້​ຂໍ້​ມູນ​ອຸ​ທົກ​ກະ​ສາດ​ຮ່ວມ​ກັນ,ການ​ຕ້ານ​ໄພ​ນ້ຳ​ຖ້ວມ​ແລະ​ໄພ​ແຫ້ງ​ແລ້ງແລະ​ອື່ນໆ​ມາ​ໂດຍ​ຕະ​ຫຼອດ. ຈີນ​ໄດ້​ສະ​ໜອງ​ຕົວ​ເລກອຸ​ທົກ​ກະ​ສາດຍາມ​ນ້ຳ​ຂຶ້ນ​ຂອງ​ແມ່​ນ້ຳ​ລ້ານ​ຊ້າງ​ໃຫ້​ແກ່​ປະ​ເທດ​ທີ່​ກ່ຽວ​ຂ້ອງເປັນ 15 ປີ​ລຽນ​ຕິດ​,ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າ​ງ​ຈະ​ແຈ້ງ​ໃນ​ການ​ພັດ​ທະ​ນາ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ແບບ​ນາ​ຂັ້ນ​ໄດ​ຢູ່​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ​ເພື່ອ​ປັບ​ລະ​ດັບ​ນ້ຳ​ຍາມ​ນ້ຳ​ຂຶ້ນ​ແລະ​ປ່ອຍ​ນ້ຳ​ຍາມ​ນ້ຳ​ບົກ,ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ຊ່ວຍ​ຕ້ານ​ໄພ​ນ້ຳ​ຖ້ວມ​ແລະໄພ​ແຫ້ງ​ແລ້ງ​ຂອງ​ປະ​ເທດ​ຍ່ານ​ໃຕ້. ຈີນ​ຍິນ​ດີ​ໃຫ້​ປະ​ເທດ​ຢູ່ນອກ​ພາກ​ພື້ນ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ການ​ພັດ​ທະ​ນາ​​ໃນອະ​ນຸ​ພາກ​ພື້ນ ແລະຫວັງ​ວ່າ​ເຂົາ​ເຈົ້າ​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ສ້າງ​ສັນ​ໃນການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ປະ​ເທດອະ​ນຸ​ພາກ​ພື້ນ,ຫາກ​ບໍ່​ແມ່ນ​ສ້າງ​ຄວາມ​ຂັດ​ແຍ້ງ​ກັນ​ແລະ​ວາງ​ອຸ​ປະ​ສັກ.