ຈີນ​ສ້າງ​ຕັ້ງ​ຄະ​ນະ​ຜູ້​ແທນ​ກິ​ລາ​ເຂົ້າ​ຮ່ວມ​ເອ​ຊຽນ​ເກມ​ຄັ້ງ​ທີ 18

2018-08-07 14:13:24 |ມາຈາກ: CRI

ຕອນ​ເຊົ້າ​ວັນ​ທີ 6 ສິງ​ຫາ​ນີ້, ພິ​ທີ​ສ້າງ​ຕັ້ງ​ຄະ​ນະ​ຜູ້​ແທນ​ກິ​ລາ​ຈີນ​ເພື່ອ​ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ກິ​ລາ​ອາ​ຊີຫຼື​ເອ​ຊຽນ​ເກມ​ຄັ້ງ​ທີ 18 ໄດ້​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​​ອົງ​ການ​ກິ​ລາ​ແຫ່ງ​ຊາດ​, ຄະ​ນະ​ຜູ້​ແທນ​ດັ່ງ​ກ່າວ​ປະ​ກອບ​ດ້ວຍ​ນັກ​ກິ​ລາ 845 ຄົນ​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ 38 ປະ​ເພດ​ກິ​ລາ 376 ລາຍ​ການ​ຂອງ​ເອ​ຊຽນ​ເກມ​ຄັ້ງ​ນີ້.

ຕາມ​ຂ່າວ​ແຈ້ງວ່າ, ເອ​ຊຽນ​ເກມ​ຄັ້ງ​ນີ້​ໄດ້​ຈັດ​ໃຫ້​ມີ​ການ​ແຂ່ງ​ຂັນທັງ​ໝົດ 40 ປະ​ເພດ​ກິ​ລາ​ມີ 465 ລາຍ​ການ, ໃນ​ນີ້, ມີ 32 ປະ​ເພດ​ໃນ 330 ລາຍ​ການ​ເປັນ​ລາຍ​ການ​ທີ່​ແຂ່ງ​ຂັນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ 2020. ຈຸດ​ພິ​ເສດ​ໜຶ່ງ​ຂອງ​ເອ​ຊຽນ​ເກມ​ຄັ້ງ​ນີ້​ກໍ​ຄື​ຈັດ​ໃຫ້​ມີ​ລັກ​ສະ​ນະ​ແບບ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ໃຫ້ຫຼາຍ​ເທົ່າ​ທີ່​ຈະຫຼາຍ​ໄດ້ ຂະ​ນະ​ດຽວ​ກັນ, ລາຍ​ການ​ແຂ່ງ​ຂັນ​ທີ່​ບໍ່​ແມ່ນ​ລາຍ​ການ​ໂອ​ລິມ​ປິກ​ຂອງ​ເອ​ຊຽນ​ເກມ​ຄັ້ງ​ນີ້​ກໍ​ຈະ​ພະ​ຍາ​ຍາມ​ເນັ້ນ​ໃຫ້​ເຫັນ​ສີ​ສັນ​ພິ​ເສດ​ຂອງ​ອາ​ຊີ.

ງານ​ມະ​ຫາ​ກຳ​ກິ​ລາ​ອາ​ຊີ​ຄັ້ງ​ທີ 18 ຈະ​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຈາ​ກາ​ຕາ ປະ​ເທດ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ 18 ສິງ​ຫາ​ນີ້, ນະ​ຄອນ​ປາ​ເລັມ​​ບັງ​ຈະ​ເປັນ​ຕົວ​ເມືອງ​ປະ​ສານ​ງານ​ຈັດ​ງານ​ຄັ້ງ​ນີ້.