ວັນທີ 9 ໄປເລາະງານວາງສະແດງສິນຄ້າວັດທະນະທຳນຳກັນເທາະ!

2018-08-08 15:52:09 |ມາຈາກ: Yunnan Gateway

ງານວາງສະແດງສິນຄ້າຂະແໜງການວັດທະນະທຳຄວາມຄິດປະດິດສ້າງແຂວງຢຸນນານ ປະຈຳປີ 2018 ຈະຈັດຂຶ້ນທີ່ສູນວາງສະແດງສາກົນນະຄອນຄຸນໝິງໃນລະຫວ່າງວັນທີ 9 ຫາ 13,ລວມທັງຫມົດມີກິດຈະກຳ 20 ລາຍການ,ຈັດຕັ້ງສະໜາມກິດຈະກຳຍ່ອຍ 3 ແຫ່ງຄື:ສວນວັດທະນະທຳຄວາມຄິດປະດິດສ້າງ 871,ສວນວັດທະນະທຳຄວາມຄິດປະດິດສ້າງຢຸນຟາງ ແລະ ຕະຫຼາດສິລະປະເມືອງບູຮານ ລີ້ຈ່ຽງ.

ຊາວເມືອງນອກຈາກສາມາດຊົມເບິ່ງຜົນຜະລິດຕະພັນຂອງວັດທະນະທຳອັນເປັນມູນເຊື້ອແລ້ວ,ງານວາງສະແດງສິນຄ້າວັດທະນະທຳຄັ້ງນີ້ຈະຍິ່ງສຸມໃສ່ດ້ານ “ວັດທະນະທຳ+ເຕັກນິກ”,ມີການເຊັ່ນຊື່ແບບ 3D,ມີກິດຈະກຳຫລິ້ນໂຢຄະພັນຄົນ, ກິດຈະກຳນຸ່ງຊຸດກີ່ເພົ່ານຳກັນພັນຄົນ,ການປະກວດນາງແບບດອກໄມ້ແລະອື່ນໆ.

ເບິ່ງຈຸດພົ້ນເດັ່ນກ່ອນ

ຈຸດພົ້ນເດັ່ນທີ່ໜຶ່ງ “ຊອກຫາຕົນເອງ”ໃນຮູບພາບຈຳນວນຫຼວງຫຼາຍ

ຈຸດພົ້ນເດັ່ນທີ່ສອງ ງານວາງສະແດງສິນຄ້າການອອກແບບຜົນງານວັດທະນະທຳຂອງ“ຄວາມຊົງຈຳກ່ຽວກັບມະຫາວິທະຍາໄລຮ່ວມມືພາກຕາເວັນຕົກສຽງໃຕ້”

ຈຸດພົ້ນເດັ່ນທີ່ສາມ ເທດສະການເບຍມິວນິກ--ການທ່ອງທ່ຽວຄຸນໝິງ