ການເກັບກ່ຽວມັນຝະລັ່ງເມືອງເຈີນສົງໄດ້ຮັບຜົນສຳເລັດທີ່ດີ

2018-08-09 11:47:06 |ມາຈາກ: Yunnan Gateway

ເມືອງເຈີນສົງເປັນເມືອງກະສິກຳດັ້ງເດີມຂະຫນາດໃຫຍ່.ຕັ້ງແຕ່ປີນີ້ເປັນຕົ້ນມາ,ເມືອງນີ້ໄດ້ຖືເອົາຂະແໜງການມັນຝະລັ່ງເປັນໜຶ່ງໃນສາມຂະແໜງການໃຫຍ່ຂອງຂະບວນການຊ່ວຍເຫຼືອຫຼຸດພົ້ນອອກຈາກຄວາມທຸກຍາກຂອງຂະແໜງການກະສິກຳ,ໂດຍອີງຕາມຂໍ້ກຳນົດທີ່ນຳໃຊ້ແນວປູກດີ ວິທີປູກທີ່ດີ,ມີລັກສະນະເປັນການຈັດຕັ້ງ,ໜ່ວຍພັກ+ສະມາຄົມການຮ່ວມມື+ຄອບຄົວຊາວນາ ແລະ ມາດຕະຖານທາງເຕັກນິກ “ສີ່ເອກະພາບ”ກໍຄື ການເລືອກແນວປູກດີເດັ່ນທີ່ເປັນເອກະພາບກັນ, ການປູກຝັງຕາມກຳນົດຢ່າງເປັນເອກະພາບ, ການບໍລິຫານໄຖດິນຕາມກຳນົດແລະການເກັບກ່ຽວເກັບຮັກສາຢ່າງເປັນເອກະພາບກັນ,ໃນ28 ບ້ານໄດ້ກໍ່ສ້າງສະຖານທີ່ພື້ນຖານເພາະພັນແນວປູກລະດັບທີ່ສອງທີ່ມີເນື້ອທີ່ 12,8 ພັນມຸ້ຈຳນວນ 29 ຕອນ,ນຳພາທົ່ວເມືອງບັນລຸການປູກມັນຝະລັ່ງຍີ່ຫໍ້ຕ້າໂຊນ 660 ພັນມຸ້,ຜົນຜະລິດຕະພັນປະມານ 920 ພັນໂຕນ,ເຊິ່ງໄດ້ເພີ່ມຂຶ້ນ 146,9% ເມື່ອປຽບທຽບໃສ່ກັບປີກ່ອນທີ່ມີຜົນຜະລິດຕະພັນ 640 ພັນໂຕນ.