ທ່ານ​ມານ​ຄອມ ​ເທີນ​ບູນ​ຊົມ​ເຊີຍ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດເຕັກ​ໂນ​ໂລ​ຊີລະຫວ່າງ​ຈີນ ​ແລະ​ອົດ​ສະຕຣາລີ

2018-08-09 11:55:32 |ມາຈາກ: CRI

ວັນ​ທີ 7 ສິງຫາ​ນີ້, ທ່ານມານ​ຄອມ ​ເທີນ​ບູນ ນາຍົກລັດຖະມົນຕີ​ອົດ​ສະຕຣາລີ​ໄດ້​ກ່າວ​ປາ​ໄສ​ໃນມະຫາ​ວິທະຍາ​ໄລ​ນີວ​​ເຊົາ​​​ເວ​ວ​ສຢູ່ນະຄອນຊີດ​ນີ ​ໂດຍ​ໄດ້ຍ້ອງຍໍຊົມ​ເຊີຍຜົນສຳ​ເລັດ​ໃນ​ການ​ປະດິດ​ສ້າງ​ໃໝ່ ​ແລະ​ການ​ຮ່ວມ​ມື​ດ້ານ​ຂົງ​ເຂດການ​ຄົ້ນ​ຄ້ວາ ​ແລະ​ພັດທະນາ​ເຕັກ​ໂນ​ໂລ​ຊີລະຫວ່າງ​ຈີນ ​ແລະ​ອົດ​ສະຕຣາລີ ​ແລະທ່ານ​ຢາກ​ດຳ​ເນີນ​ການ​ຮ່ວມ​ມື​ຕາມ​​ໂຄງການ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ກັບ​ຈີນ.

ທ່ານ​ກ່າວ​ຕື່ມ​ວ່າ: ການ​ຮ່ວມ​ມື​ດ້ານການ​ຄົ້ນຄວ້າ​ວິທະຍາສາດ​​ເຕັກ​ໂນ​ໂລ​ຊີ​ກັບ​ຈີນ, ​ໂດຍ​ສະ​ເພາະ​ແມ່ນ “​ແຜນການ​ທວນ​ໄຟຈີນ” ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ສອງ​ປະ​ເທດ. ປັດຈຸບັນ​ນີ້, ມີ​ນັກສຶກສາ​ປະລິຍາ​ເອກ 100 ຄົນ​ຂອງ​ມະຫາວິທະຍາ​ໄລນີວ​​ເຊົາເວ​ວສກຳລັງຮຽນວິຊາ​ພະລັງ​ງານ​​ແສງຕາ​ເວັນນຳ​ສາ​ສະ​ດາ​ຈານ Dr​. ມາ​ຕິນ ​ເກີ​ເລ, ​ໃນ​ນັ້ນ​ມີປະມານ​ເຄິ່ງໜຶ່ງແມ່ນ​ນັກ​ສຶກສາຈີນ. ​ເຂົ້າ​ເຈົ້າຄືພື້ນຖານ ​ແລະ​ໝາກຜົນ​ຂອງ​ການ​ຮ່ວມ​ມື​ອົດ​ສະຕຣາລີ ​ແລະ​ຈີນ ​ແລະຍັງ​ຈະ​ສົ່ງຜົນດີ​ຕໍ່ອະນາຄົດ.