ງານວາງສະແດງສິນຄ້າວັດທະນະທຳຄວາມຄິດປະດິດຄິດສ້າງຢຸນນານປະຈຳປີ 2018 ໄດ້ເປີດສາກແລ້ວ

2018-08-10 16:25:51 |ມາຈາກ: Yunnan Gateway

ໃນຕອນບ່າຍຂອງວັນທີ 9 ເດືອນສິງຫາ,ງານວາງສະແດງສິນຄ້າວັດທະນະທຳຄວາມຄິດປະດິດຄິດສ້າງຢຸນນານປະຈຳປີ 2018 ໄດ້ເປີດສາກທີ່ສູນວາງສະແດງສາກົນນະຄອນຄຸນໝິງ.

ງານວາງສະແດງສິນຄ້າວັດທະນະທຳຄັ້ງນີ້ໄດ້ປິ່ນອ້ອມຫົວຂໍ້ “ວັດທະນະທຳປະດິດສ້າງຊັບສິນ•ຄວາມຄິດປະດິດຄິດສ້າງຍົກລະດັບຄຸນຄ່າ”,ມີເນື້ອໃນທີ່ອຸດົມສົມບູນ,ເອກະລັກພົ້ນເດັ່ນ,ແລະ ໜ້າໄປຊົມຫຼາຍ.ຫໍວາງສະແດງໃຫຍ່ 7 ແຫ່ງແລະຫໍຍ່ອຍ 3 ແຫ່ງຈະຈັດກິດຈະກຳຕ່າງໆຂຶ້ນແລະຈະນຳສະເຫນີສະເໜ່ຂອງຂະແໜງການວັດທະນະທຳຢຸນນານຢ່າງເຕັມເມັດເຕັມສ່ວນ,ເຊິ່ງໄດ້ດຶງດູດວິສາຫະກິດທາງຂະແໜງການວັດທະນະທຳຈຳນວນ 1200 ກວ່າແຫ່ງທັງພາຍໃນແລະຕ່າງປະເທດເຂົ້າຮ່ວມການສະແດງ.ວິສາຫະກິດຂອງແຂວງກວາງຕຸ່ງ ແຂວງເຈີຈ່ຽງ ແຂວງໄຮນານແລະແຂວງຟູຈ້ຽນແລະແຂວງ(ນະຄອນ,ເມືອງ)ອື່ນໆໄດ້ເຂົ້າຮ່ວມການວາງສະແດງຢ່າງຫ້າວຫັນ,ຜົນຜະລິດຕະພັນວັດທະນະທຳທີ່ມີສີສັນທ້ອງຖິ່ນຂອງປະເທດໄທ,ລັດເຊຍ,ຟີລິບປິນພ້ອມດ້ວຍຮົງກົງແລະໄຕ້ຫວັນປະເທດຈີນທັງໝົດ 12 ປະເທດແລະພາກພື້ນໄດ້ກໍໄດ້ເຂົ້າຮ່ວມງານວາງສະແດງຄັ້ງນີ້.