ບໍລິສັດຕາຫນ່າງໄຟຟ້າພາກໃຕ້ປະເທດຈີນເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຄົ້ນຄວ້າຄວາມເປັນໄປໄດ້ໃນການກໍ່ສ້າງຕາຫນ່າງສາຍສົ່ງໄຟຟ້າຂອງປະເທດລາວ

2018-08-10 17:02:15 |ມາຈາກ: Yunnan Gateway

ໃນວັນທີ 8, ບໍລິສັດຕາຫນ່າງໄຟຟ້າພາກໃຕ້ປະເທດຈີນ ແລະ ບໍລິສັດໄຟຟ້າແຫ່ງຊາດລາວກັບກະຊວງແຜນການແລະການລົງທຶນໄດ້ເຊັນ “ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຄົ້ນຄວ້າຄວາມເປັນໄປໄດ້ໃນການພັດທະນາກໍ່ສ້າງຕາຫນ່າງສາຍສົ່ງໄຟຟ້າຂອງປະເທດລາວ”ທີ່ນະຄອນຫຼວງວຽງຈັນປະເທດລາວ.

ອີງຕາມບົດບັນທຶກຄວາມເຂົ້າໃຈ,ບໍລິສັດຕາຫນ່າງໄຟຟ້າພາກໃຕ້ປະເທດຈີນຈະດຳເນີນການຮ່ວມມືກັບຝ່າຍລາວໂດຍຜ່ານການສົ່ງເສີມທ່າແຮງໃຫ້ແກ່ກັນແລະການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ,ເລັ່ງສຳເລັດການກໍ່ສ້າງຕາຫນ່າງສາຍສົ່ງໄຟຟ້າທີ່ເປັນແກນກາງແລະເປັນເອກະພາບກັນທີ່ຄວບຄຸມທົ່ວປະເທດລາວ,ຍົກສູງຄວາມສາມາດການຂົນສົ່ງໄຟຟ້າແລະຄວາມຫນ້າເຊື່ອຖືໃນການສະຫນອງໄຟຂອງຕາຫນ່າງໄຟຟ້າລາວ,ແລະຄໍ້າປະກັນການພັດທະນາເສດຖະກິດສັງຄົມຢ່າງຍືນຍົງ;ເພີ່ມທະວີການເຊື່ອມຕໍ່ແລະເຊື່ອມໂຍງກັບຕາຫນ່າງໄຟຟ້າຂອງລາວແລະປະເທດອ້ອມຂ້າງໃຫ້ເຂັ້ມແຂງກວ່າເກົ່າ,ຂະຫຍາຍຕະຫຼາດພະລັງງານໄຟຟ້ານໍ້າຕົກປະເທດລາວໃຫ້ກວ້າງ,ສ້າງສາພື້ນທີ່ຫັນປ່ຽນທ່າແຮງທາງພະລັງງານໄຟຟ້ານໍ້າຕົກໃຫ້ເປັນທ່າແຮງທາງເສດຖະກິດ,ຈຶ່ງບັນລຸຍຸດທະສາດການສ້າງສາຄວາມຮັ່ງມີດ້ວຍພະລັງງານໄຟຟ້ານໍ້າຕົກຂອງປະເທດລາວໃຫ້ເປັນຈິງ.

ພ້ອມດຽວກັນນັ້ນ,ບໍລິສັດຕາຫນ່າງໄຟຟ້າພາກໃຕ້ປະເທດຈີນຍັງໄດ້ມອບເງິນບໍລິຈາກໃຫ້ແກ່ລັດຖະບານລາວ,ເພື່ອຊ່ວຍເຫຼືອປະຊາຊົນທີ່ປະສົບໄພພິບັດເຂື່ອນແຕກທີ່ແຂວງອັດຕະປື.

ຮອງນາຍົກລັດຖະມົນຕີແຫ່ງປະເທດລາວ ທ່ານ ສອນໄຊ ສີພັນດອນແລະເຈົ້າຫນ້າທີ່ທີ່ກ່ຽວຂ້ອງ,ເອກອັກຄະລັດຖະທູດຈີນປະຈຳ ສປປ ລາວ ທ່ານ ຫວາງເວີນທ່ຽນແລະຜູ້ອຳນວຍການຂອງບໍລິສັດຕາຫນ່າງໄຟຟ້າພາກໃຕ້ຈີນ ທ່ານ ຫຼີຊິ້ງຄຸຍ ໄດ້ເຂົ້າຮ່ວມພິທີເຊັນສັນຍາ.

ໂດຍໄດ້ຮັບຮູ້ວ່າ,ບໍລິສັດຕາຫນ່າງໄຟຟ້າພາກໃຕ້ຈີນໄດ້ເຂົ້າຮ່ວມການກໍ່ສ້າງຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”ຢ່າງຫ້າວຫັນ,ເພີ່ມທະວີການຮ່ວມມືດ້ານພະລັງງານໄຟຟ້າກັບບັນດາປະເທດພາກພື້ນແມ່ນໍ້າຂອງຢ່າງເຂັ້ມແຂງ,ບັນລຸການເຊື່ອມຈອດກັບຕາຫນ່າງໄຟຟ້າຂອງປະເທດຫວຽດນາມ ລາວແລະມຽນມາໃຫ້ປະກົດຜົນເປັນຈິງ.

ບໍລິສັດໄຟຟ້າແຫ່ງຊາດລາວເປັນລັດວິສາຫະກິດຂອງປະເທດລາວ, ໂດຍມີກະຊວງການເງິນຄຸ້ມຄອງຫຸ້ນ,ກະຊວງພະລັງງານແລະບໍ່ແຮ່ ຄຸ້ມຄອງບໍລິຫານ,ປະກອບມີແລະດຳເນີນທຸລະກິດໂຄງລ່າງການຜະລິດໄຟຟ້າ ການຂົນສົ່ງໄຟຟ້າແລະການຈັດສັນໄຟຟ້າໃນທົ່ວປະເທດລາວ,ຍັງເປັນຜູ້ຮັບຜິດຊອບບໍລິຫານການນຳເຂົ້າສົ່ງອອກພະລັງງານໄຟຟ້າຂອງຕາຫນ່າງໄຟຟ້າແຫ່ງຊາດລາວ.