ຈີນ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ແຮງ​ຕໍ່​ອາ​ເມ​ຣິ​ກາທີ່​ລົງ​ນາມ​ໃນ “ກົດ​ໝາຍ​ວ່າ​ດ້ວຍ​ການມອບ​ສິດ​ປ້ອງ​ກັນ​ປະ​ເທດ​ປີ 2019”

2018-08-15 11:25:30 |ມາຈາກ: CRI

ທ່ານ​ລູ້​ຄາງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຢືນ​ຢັນ​ໃນ​ວັນ​ທີ 14 ສິງ​ຫາ​ນີ້​ວ່າ, ຈີນ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ແຮງ​ຕໍ່​ອາ​ເມ​ຣິ​ກາ​ເຈດ​ຕະ​ນາ​ຮັບ​ຮອງ​ແລະ​ລົງ​ນາມ​ໃນ “ກົດ​ໝາຍ​ວ່າ​ດ້ວຍ​ການມອບ​ສິດ​ປ້ອງ​ກັນ​ປະ​ເທດ​ສົກ​ງົບ​ປະ​ມານ​ປີ 2019” ​ໂດຍ​ບໍ່​ຫົວ​ຊາ​​ຕໍ່ການ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ​ຂອງ​ຈີນ, ​ຈີນເຕືອນ​ໃຫ້​ອາ​ເມ​ຣິ​ກາຈົ່ງ​ປະ​ຖິ້ມ​ແນວ​ຄິດ​ສົງ​ຄາມ​​ເຢັນ​ແລະ​ແນວ​ຄິດ​ຝ່າຍ​ໄດ້​ຝ່າຍ​ເສຍ​ໃນ​ການ​ແຂ່​ງ​ຂັນ​, ບໍ່​ຄວນ​ປະ​ຕິ​ບັດ​​ມາດ​ຕາ​ທີ່​ພົວ​ພັນ​ເຖິງ​ປະ​ເທດ​ຈີນໃນ​ທາງ​ລົບ.

ທ່ານ​ລູ້​ຄ່າງ ກ່າວ​ຕື່ມ​ວ່າ, ຈີນ​ເຕືອນ​ໃຫ້​ອາ​ເມ​ຣິ​ກາ​ຈົ່ງ​ປະ​ຕິ​ບັດ​ຕໍ່​ຈີນ​ແລະສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ​-ອາ​ເມ​ຣິ​ກາຢ່າງ​ຖືກ​ຕ້ອງ​ແລະ​ບໍ່​ອະ​ຄະ​ຕິ, ປະ​ຕິ​ບັດ​​ຕາມ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ​ແລະ​ຖະ​ແຫຼງ​ການ​ຮ່ວມ​ສ​າມ​ສະ​ບັບ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ​ຢ່າງ​ຈິງ​ຈັງ, ບໍ່​ຄວນ​ປະ​ຕິ​ບັດ ມາດ​ຕາ​ທີ່​ພົວ​ພັນ​ເຖິງ​ປະ​ເທດ​ຈີນ​ໃນ​ທາງ​ລົບ, ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອ​ງ​ປະ​ເທດ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳ​ຄັນ​ລະ​ຫວ່າງ​ສອງ​​ຝ່າຍ.