【ຄົບຮອບ 5 ປີ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”】
ແຂວງຢຸນນານສ້າງຕັ້ງສາຍພົວພັນຕົວເມືອງມິດຕະພາບສາກົນຈຳນວນ 90 ຄູ່ກັບ 34 ປະເທດ

2018-08-15 15:42:42 |ມາຈາກ: Yunnan Gateway

ຈາກການສະເໜີຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”,ແຂວງຢຸນນານໄດ້ຖືເອົາ “ການເຊື່ອມຕໍ່ 5 ຢ່າງ”ກໍຄື:ການແລກປ່ຽນທາງນະໂຍບາຍ,ການຕິດຈອດກັນທາງໂຄງລ່າງພື້ນຖານ,ຄວາມສະດວກທາງການຄ້າຂາຍ,ການເຊື່ອມຕໍ່ທາງກອງທຶນແລະການເຊື່ອມໂຍງຈິດໃຈປະຊາຊົນ”ເປັນເນື້ອໃນການກໍ່ສ້າງຕົ້ນຕໍ,ແລະໄດ້ຊຸກຍູ້ການກໍ່ສ້າງສູນກາງກະຈາຍຕໍ່ປະເທດອາຊີອາຊີອາຄະເນທີ່ໄດ້ຮັບຜົນສຳເລັດຢ່າງຫ້າວຫັນ.

ທາງດ້ານອິນເຕີເນັດ,ປະເທດຈີນໄດ້ບັນລຸການເຊື່ອມຕໍ່ສາຍເຄເບິ້ນທາງບົກຂ້າມຊາດກັບ 3 ປະເທດປະເທດມຽນມ້າ,ລາວແລະໄທ.

ແຂວງຢຸນນານໄດ້ສ້າງກົນໄກການຮ່ວມມືທະວີພາຄີກັບປະເທດໄທ,ລາວ,ຫວຽດນາມ,ມຽນມ້າ,ອິນເດຍ,ມານດີວ,ອິດສະລາແອນແລະອື່ນໆ,ໄດ້ສ້າງສາຍພົວພັນຕົວເມືອງມິດຕະພາບສາກົນຈຳນວນ 90 ຄູ່ກັບ 34 ປະເທດ,ເຂົ້າຮ່ວມການກໍ່ສ້າງແລວທາງເສດຖະກິດສອງເສັ້ນກໍຄື ຈີນ-ແຫຼມອິນດູຈີນ ແລະ ລະຫວ່າງປະເທດບັງກະລາເທດ ປະເທດຈີນ ປະເທດອິນເດຍແລະປະເທດມຽນມ້າ,ສົມທົບກັບປະເທດລິເລີ່ມກົນໄກຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງແຫ່ງຊາດ(LMC),ຊຸກຍູ້ສົ່ງເສີມການກໍ່ສ້າງເຂດຮ່ວມມືເສດຖະກິດຂ້າມພົມແດນລະຫວ່າງປະເທດຈີນ-ຫວຽດນາມ,ຈີນ-ລາວແລະຈີນ-ມຽນມ້າ.ພະຍາຍາມຍົກລະດັບການແລກປ່ຽນຂອງເວທີສົນທະນາຮ່ວມມືລະຫວ່າງປະເທດບັງກະລາເທດ ປະເທດຈີນ ປະເທດອິນເດຍ ປະເທດມຽນມ້າ, ປັບປຸງກົນໄກການຮ່ວມມືກັບເຂດພາກເໜືອປະເທດຫວຽດນາມ,ພາກເໜືອປະເທດລາວ,ພາກເໜືອປະເທດໄທແລະປະເທດອື່ນໆໃຫ້ສົມບູນກວ່າເກົ່າ.

ແຂວງຢຸນນານມີ ເຂດຊາຍແດນທັງຫມົດຈຳນວນ 25 ແຫ່ງ,ໃນນັ້ນເຂດຊາຍແດນປະເພດທີ່ 1 ຈຳນວນ 19 ແຫ່ງ,ເຂດຊາຍແດນປະເພດທີ່ 2 ຈໍານວນ 6 ແຫ່ງ,ເປັນຜູ້ນຳໃຊ້ການດຳເນີນຮູບແບບ “ໃບຢັ້ງຢືນ 3 ໃບລວບລວມເປັນໃບຢັ້ງຢືນ 1 ໃບ”ທຳອິດໃນທົ່ວປະເທດຈີນເພື່ອອຳນວຍຄວາມສະດວກໃນການຂ້າມຜ່ານຊາຍແດນ .

ການຊຳລະເງິນເພື່ອການຄ້າລະຫວ່າງປະເທດດ້ວຍສະກຸນເງິນຢວນຈີນໄດ້ກວມເອົາເຖິງ 83 ປະເທດແລະພາກພື້ນ,ໃນລະຫວ່າງປີ 2013 ຫາ ເດືອນມິຖຸນາປີ 2018,ການຊຳລະສະສາງເງິນຢວນຈີນ້ເພື່ອການຄ້າລະຫວ່າງປະເທດມີເຖິງ 362,3 ຕື້ຢວນ,ຍອດລວມການກໍ່ສ້າງອ່າງກອງທຶນເງິນຢວນຈີນເພື່ອການຄ້າລະຫວ່າງຊາດຈຳນວນ 9 ໜ່ວຍ.