ຫຍຸ້ງກັບການເກັບກ່ຽວໃບຊາໃນລະດູໃບໄມ້ຫຼົ່ນ

2018-08-16 15:21:08 |ມາຈາກ: Yunnan Gateway

“ສວນຊາຊ່ວຍເຫຼືອຫຼຸດພົ້ນອອກຈາກຄວາມທຸກຍາກ”ຂອງບ້ານປໍຈ້ຽວຕາແສງສີເສົາໄດ້ຕ້ອນຮັບການມາເຖິງຂອງລະດູການເກັບກ່ຽວ,ຊາວນາທີ່ປູກຊາເລີ່ມຂຸ້ນຂ້ຽວເກັບກ່ຽວຊາໃນລະດູໃບໄມ້ຫຼົ່ນ.ຊຸມປີມານີ້,ເມືອງສີເສົາໄດ້ຊຸກຍູ້ສົ່ງເສີມຂະແໜງການການຊ່ວຍເຫຼືອການຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງແຂງແຮງ,ສົ່ງເສີມວິສາຫະກິດສ້າງສາສະຖານທີ່ພື້ນຖານຂອງຂະແໜງການປູກຊາດ້ວຍການໝູນວຽນທີ່ດິນ,ຈັດຕັ້ງຄອບຄົວທຸກຍາກປະກອບອາຊີບຢູ່ສະຖານທີ່ພື້ນຖານ,ເຊິ່ງໄດ້ນຳພາເພີ່ມທະວີລາຍໄດ້ຂອງຄອບຄົວທຸກຍາກ.