ຮູບພາບອັນອົບອຸ່ນໃບໜຶ່ງທີ່ມີຄົນກົດເຂົ້າໄປເບິ່ງກວ່າ 20 ລ້ານຄັ້ງ

2018-08-16 15:26:51 |ມາຈາກ: Yunnan Gateway

ຮູບພາບທີ່ໄດ້ຮັບຄວາມສົນໃຈຢ່າງຟົດຟື້ນຢູ່ເທິງເວີຍປໍ

ໃນວັນທີ 15 ສິງຫາ, ເວີຍປໍທາງການຂອງເວັບໄຊແຜ່ນດິນໄຫວແຫ່ງປະເທດຈີນໄດ້ປະກາດຊອກຫາຄົນ, ເພື່ອຢາກສົ່ງຂອງຂວັນໃຫ້ແກ່ຜູ້ຖ່າຍຮູບພາບ.ເມື່ອເວີຍປໍໄດ້ສົ່ງຮູບນີ້ອອກມາ,ຈຳນວນການກົດເຂົ້າເບິ່ງຮູບພາບໃບນີ້ກໍມີສູງເຖິງ 26,8ລ້ານຄັ້ງ,ແລະມີ 90.000 ຄົນໄດ້ກົດລ້າຍໃຫ້,10.000 ຄົນສະແດງຄວາມຄິດເຫັນ.ນັກຂ່າວໄດ້ຊອກເຫັນຜູ້ຖ່າຍຮູບພາບ ນາງ ຫຼີຈ່ຽວ ໃນມື້ວານນີ້ທີ່ໂຮງໝໍປະຊາຊົນເມືອງທົ່ງໄຮ.

ເມື່ອຕອນທີ່ແຜ່ນດິນໄຫວເກີດຂຶ້ນ,ໃນຂະນະທີ່ລາວປະຕິບັດຫນ້າທີ່ຂອງຕົນແລ້ວເຫັນໝູ່ທີ່ເຮັດວຽກນຳກັນໄດ້ໃຊ້ຮ່າງກາຍຂອງຕົນບັງເອົາຮ່າງເດັກນ້ອຍເກີດໃຫມ່ແລະແລ່ນອອກສູ່ພາຍນອກເພື່ອຫຼີກເວັ້ນອັນຕະລາຍ.ລາວຮູ້ສຶກຊຶ້ງໃຈຫຼາຍຈຶ່ງໄດ້ຖ່າຍຮູບໄວ້ແລະສົ່ງຕໍ່ໃນໂມເມ້ນວິແຊັດໃນອິນເຕີເນັດໃຫ້ຫຼາຍຄົນຮັບຮູ້.ເມື່ອຄວາມອັນຕະລາຍທີ່ຍິ່ງໃຫຍ່ຈະມາເຖິງ,ນາງຟ້າສີຂາວເຫຼົ່ານີ້ເອົາຮ່າງກາຍຂອງຕົນມາຮັກສາຊີວິດທີ່ບອບບາງ, ບໍ່ມີຄວາມເຫັນແກ່ຕົວ,ອົງອາດກ້າຫານຫຼາຍ,ນີ້ເປັນຄວາມຢຶດໝັ້ນຕໍ່ຫນ້າທີ່ຂອງຕົນ,ເປັນຄວາມເອົາໃຈໃສ່ຕໍ່ຊີວິດ.ບັນດາໝູ່ເພື່ອນຢູ່ເທິງອິນເຕີເນັດພາກັນຮູ້ສຶກເຖິງຄວາມອົບອຸ່ນແລະສະແດງຄວາມເຫັນໃຫ້ກຳລັງໃຈໃນທາງບວກຕໍ່ກັບຮູບພາບນີ້.