ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ທ່າ​ທີຫຍໍ້​ທໍ້​ຂອງ​ຍີ່​ປຸ່ນ​ທີ່​ມີ​ຕໍ່​ບັນ​ຫາ​ປະ​ຫວັດ​ສາດ

2018-08-16 16:18:44 |ມາຈາກ: CRI

ໂດຍ​ແນ​ໃສ່​ເລື່ອງ​ທີ່​ທ່ານ​ຊິ​ນ​ໂຊະ ອາ​ເບ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ໄດ້​ສົ່ງ​ເຄື່ອງ​ເຊັນ​ໄຫວ້​ເພື່ອ​ບູ​ຊາ​​ຫໍ​ໄຫວ້ຢາ​ຊູ​ຄູ​ນີ, ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ວັນ​ທີ 15 ສິງ​ຫາ​ນີ້​ວ່າ, ຈີນ​ເຕືອນ​ໃຫ້​ຍີ່​ປຸ່ນກົງ​ຜະ​ເຊີນແລະ​ສຳ​ຫຼວດ​ຄືນປະ​ຫວັດ​ສາດການ​ຮຸກ​ຮານ​ຢ່າງ​ຖືກ​ຕ້ອງ​ແລະ​ເລິກ​ເຊິ່ງ, ເພື່ອສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ປະ​ເທດ​ໃກ້​ຄຽງ​ໃນອາ​ຊີ​ກໍ​ຄືປະ​ຊາ​ຄົມ​ໂລກ​ດ້ວຍ​ການ​ກະ​ທຳ​ທີ່​ເປັນ​ຮູບ​ປະ​ທຳ.

ທ່ານ​ລູ້​ຄ່າງ​ກ່າວ​ວ່າ, ຈີນໄດ້​ເອົາ​ໃຈ​ໃສ່​ແລ້ວ​ວ່າ ປັດ​ຈຸ​ບັນ​ບໍ່​ມີ​ສະ​ມາ​ຊິກລັດ​ຖະ​ບານ​ຍີ່​ປຸ່ນ​ໄປ​ໄຫວ້​ຫໍ​ໄຫວ້​ຢາ​ຊູ​ຄູ​ນີ, ແຕ່​ທ່ານ​ຊິນ​ໂຊະ ​ອາ​ເບ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ໄດ້​​ສົ່ງ​ເຄື່ອງ​ເຊັນ​ໄຫວ້​ເພື່ອ​ບູ​ຊາຫໍ​ໄຫວ້​ຢາ​ຊູ​ຄູ​ນີ ແລະ​ມີສະ​ມາ​ຊິກ​ສະ​ພາແຫ່ງ​ຊາດ​ຈຳ​ນວນ​ໜຶ່ງ​ໄປ​​ໄຫວ້​ເຊັ່ນ​ກັນ.

ທ່ານ​ລູ້​ຄ່າງ​ກ່າວ​ຕື່ມ​ວ່າ: ຢູ່​ຫໍ​ໄຫວ້​ຢາ​ຊູ​ຄູ​ນີໄດ້​ບູ​ຊາ​ປ້າຍ​ອາ​ຊະ​ຍະ​ກອນ​ສົງ​ຄາມ​ຊັ້ນ​ໜຶ່ງ.ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບໂດຍ​ກົງ​ຕໍ່​ສົງ​ຄາມ​ຮຸກ​ຮານ, ພວກ​ຂ້າ​ພະ​ເຈົ້າ​ຄັດ​ຄ້ານ​ການ​ກະ​ທຳ​ອັນ​ຜິດ​ພາດ​ຂອງ​ຍີ່​ປຸ່ນ​ຢ່າງ​ເດັດ​ດ່ຽວ. ຈີນ​ເຕືອນ​ໃຫ້​ຍີ່​ປຸ່ນ​​ຜະ​ເຊີນ​ແລະ​ສຳ​ຫຼວດຄືນ​ປະ​ຫວັດ​ການ​​ຮຸກ​ຮານຢ່າງ​ຖືກ​ຕ້ອງ​ແລະ​ເລິກ​ເຊິ່ງ, ​ເພື່ອສ້າງ​ຄວາມ​ເຊື່ອໝັ້ນ​ໃຫ້​ແກ່​ປະ​ເທດ​ໃກ້​ຄຽງ​ໃນ​ອາ​ຊີ​ກໍ​ຄື​ປະ​ຊາ​ຄົມ​ໂລກ​ດ້ວຍ​ການ​ກະ​ທຳ​ທີ່​ເປັນ​ຮູບ​ປະ​ທຳ.