ທຸລະກິດອີເລັກໂຕຣນິກຊ່ວຍເຫຼືອ “ຜະລິດຕະພັນຢຸນນານ”ຍົກກຳລັງແຂ່ງຂັນຢູ່ໃນຕະຫຼາດ

2018-08-17 11:48:30 |ມາຈາກ: Yunnan Gateway

ຊຸມປີມານີ້,ແຂວງຢຸນນານເລັ່ງຊຸກຍູ້ວຽກງານການສົ່ງເສີມທຸລະກິດອີເລັກໂຕຣນິກເຂົ້າສູ່ເຂດຊົນນະບົດ,ລວມທັງຫມົດມີ 14 ກິ່ງແຂວງ,100 ກວ່າເຂດແລະເມືອງແລະຕາແສງຫຼາຍພັນທົ່ວແຂວງຢຸນນານໄດ້ສ້າງຕັ້ງຂຶ້ນສະຖານີບໍລິການທຸລະກິດອີເລັກໂຕຣນິກຂັ້ນບ້ານຈຳນວນ 3000 ກວ່າແຫ່ງ,ໄດ້ສ້າງລະບົບການຂົນສົ່ງຂອງທຸລະກິດອີເລັກໂຕຣນິກໃນຊົນນະບົດທີ່ເປັນ 4 ຂັ້ນໃນຂັ້ນພື້ນຖານ.

ຮູບພາບນີ້ແມ່ນພະນັກງານຂອງສະຖານີທຸລະກິດອີເລັກໂຕຣນິກຂອງຕາແສງສຸ້ຍຮວາກິ່ງແຂວງປົກຄອງຕົນເອງໂດຍເຜົ່າຢີແລະເຜົ່າມົ້ງລູ້ສວນນະຄອນຄຸນໝິງກຳລັງດຳເນີນລະບົບການຂົນສົ່ງເຄື່ອງ,ເພື່ອຈຳໜ່າຍຜະລິດຕະພັນກະສິກຳ.