ວັນທີ 16 ສິງຫານີ້, ງານວາງສະແດງຜະລິດຕະພັນກົນຈັກ ແລະເຄື່ອງຜະລິດໄຟຟ້າຈີນຄັ້ງທີ 14 ທີ່ກະຊວງການຄ້າຈີນເປັນເຈົ້າພາບ, ກົມພັດທະນາການຄ້າກັບຕ່າງປະເທດ ແລະສະພາການຄ້າຂາເຂົ້າຂາອອກຜະລິດຕະພັນເຄື່ອງຈັກ ແລະເຄື່ອງຜະລິດໄຟຟ້າຈີນຮ່ວມກັນປະຕິບັດການນັ້ນໄດ້ຈັດຂຶ້ນຢູ່ຫໍປະຊຸມSMX ທີ່ນະຄອນຫຼວງມະນີລາປະເທດຟິລິບປິນ, ມີຜະລິດຕະພັນ 72 ຍິ່ຫໍ້ຊື່ດັງຂອງຈີນໄດ້ເຂົ້າຮ່ວມງານວາງສະແດງຄັ້ງນີ້, ເຊິ່ງມີເນື້ອທີ່ການວາງສະແດງ 3000 ກວ່າຕາແມັດ, ແລະຈະຈັດການວາງສະແດງເປັນເວລາ 3 ມື້.
ທ່ານຫວາງກຸ້ຍຊິ່ງ, ຮອງປະທານສະພາການຄ້າຂາເຂົ້າຂາອອກຜະລິດຕະພັນກົນຈັກ ແລະເຄື່ອງຜະລິດໄຟຟ້າຈີນແຈ້ງໃຫ້ຊາບວ່າ, ງານວາງສະແດງດັ່ງກ່າວໄດ້ຈັດຂຶ້ນຢູ່ຟິລິບປິນເປັນຄັ້ງທຳອິດເມື່ອປີ 2005, ມາຮອດປະຈຸບັນໄດ້ຈັດ 13 ຄັ້ງລຽນຕິດ.
ຕາມຂ່າວແຈ້ງວ່າ, ຜະລິດຕະພັນຕ່າງໆຂອງຈີນ, ເຊັ່ນ, ກົນຈັກສຳລັບບໍ່ແຮ່, ຈັກໄຟຟ້າ, ລົດບັນທຸກນ້ຳໜັກຂະໜາດນ້ອຍ, ລົດໃຊ້ທາງກະສິກຳ, ກົນຈັກກະສິກຳ, ກົນຈັກວິສະວະກຳແລະອື່ນໆ, ຍ້ອນເປັນຜະລິດຕະພັນທີ່ແລະຄຸນນະພາບດີແຕ່ລາຄາບໍ່ແພງ, ທັງສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດຟິລິບປິນ, ຈຶ່ງໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າຢູ່ຟິລິບປິນ.