ສິດສະເພາະລະດັບຊາດຈຳນວນ 29 ລາຍການເລັ່ງຊຸກຍູ້ການກໍ່ສ້າງເສັ້ນທາງລົດໄຟຈີນ-ລາວ

2018-08-17 18:04:15 |ມາຈາກ: Yunnan Gateway

ການຂຸດອຸໂມງຫຼັກຊິນຜິງຂອງເສັ້ນທາງລົດໄຟຢູຊີຫາບໍ່ຫານທີ່ເປັນຊ່ອງທາງສາກົນລະຫວ່າງປະເທດຈີນແລະລາວໄດ້ຂຸດເຖິງ 3750 ແມັດແລ້ວ,ໃນແຕ່ລະມື້ມີກຳມະກອນ1500 ກວ່າຄົນປະຕິບັດຕາມ 15 ແຜນວຽກງານດຳເນີນການຂຸດໄປຂ້າງໜ້າຢ່າງວ່ອງໄວ.

ອຸໂມງຊິນຜິງຂອງລົດໄຟຢູຊີຫາບໍ່ຫານມີຄວາມຍາວທັງໝົດ 14,835 ກິໂລແມັດ,ເຊິ່ງໄດ້ຂ້າມຜ່ານເສັ້ນທາງທີ່ແຕກຫັກແລະເສັ້ນທາງຂາດ 6 ເສັ້ນ,ບ່ອນທີ່ໄດ້ຂ້າມຜ່ານນັ້ນມວນຫີນແຕກຫັກໄດ້ງ່າຍ, ເກີດກໍລະນີນໍ້າໄຫລທະລັກອອກມາເລື້ອຍໆ,ເປັນອຸໂມງທີ່ມີຄວາມສ່ຽງໄພສູງປະເພດທີ່ Ⅰ. ໃນຊ່ວງດຳເນີນການກໍ່ສ້າງ,ການພຸ່ງຂອງນໍ້າຕົມ,ການໄຫລຂອງນໍ້າແລະການໄຫຼຂອງຫນ້າດິນຈຶ່ງເກີດຂຶ້ນເລື້ອຍໆ.ຄວາມສ່ຽງທາງຄວາມປອດໄພຕ່າງໆກາຍເປັນ “ເສືອຂັດຂວາງ”ໃນການກໍ່ສ້າງເສັ້ນທາງລົດໄຟຢູຊີຫາບໍ່ຫານ.

ໂດຍໄດ້ຮັບຮູ້ວ່າ,ໃນປັດຈຸບັນອົງການຂະແໜງການທີ່ເຂົ້າຮ່ວມການກໍ່ສ້າງເສັ້ນທາງລົດໄຟຢູຊີຫາບໍ່ຫານ ແຕ່ລະຝ່າຍໄດ້ປະສານສົມທົບກັບທໍລະນີສາດທີ່ສັບສົນ,ປະຕິບັດການປະດິດສ້າງໃໝ່ທາງເຕັກນິກນະວັດຕະກຳແລະການວິໄຈທາງເຕັກນິກຢ່າງສຸດຄວາມສາມາດ,ລວມມີ 29 ລາຍການໄດ້ຮັບສິດສະເພາະລະດັບຊາດປະເພດໃໝ່ແລະຄວາມຄິດປະດິດສ້າງໃໝ່, “ອາວຸດທີ່ແຫຼມຄົມ”ເຫຼົ່ານີ້ກໍາລັງຊຸກຍູ້ການກໍ່ສ້າງເສັ້ນທາງລົດໄຟຈີນ-ລາວໃຫ້ໄວ.