ວັນທີ 18 ສິງຫານີ້, ທ່ານ ຢວີເວີນມິງ ຫົວໜ້າກົມຄຸ້ມຄອງແພດສາດແລະການຢາພື້ນເມືອງແຫ່ງຊາດຈີນກ່າວວ່າ: ລັດຖະບານຈີນໄດ້ໃຫ້ການບໍລິການດ້ານແພດສາດແລະການຢາພື້ນເມືອງຈີນແກ່ປະຊາຊົນອາຟຣິກາໂດຍຜ່ານການປິ່ນປົວພະຍາດ,ການຄົ້ນຄວ້າວິທະຍາສາດ,ການຮັກສາສຸຂະພາບແລະອື່ນໆ,ນັບລວມແລ້ວໄດ້ສົ່ງແພດໝໍພື້ນເມືອງຈີນ 2.000 ກວ່າເທື່ອຄົນໄປອາຟຣິກາ.
ທ່ານ ຢວີເວີນມິງ ກ່າວໃນເວທີປຶກສາຫາລືກ່ຽວກັບຫົວຂໍ້ການຮ່ວມມືດ້ານແພດສາດແລະການຢາພື້ນເມືອງຈີນ-ອາຟຣິກາຂອງກອງປະຊຸມລະດັບສູງການຮ່ວມມືດ້ານສາທາລະນະສຸກຈີນ-ອາຟຣິກາທີ່ຈັດຂຶ້ນໃນມື້ດັ່ງກ່າວວ່າ: ລັດຖະບານຈີນໄດ້ເຊັນສັນຍາດ້ານແພດສາດແລະການຢາພື້ນເມືອງຈີນກັບການາ,ຕັງຊານີ,ໂຄໂມໂຣສ໌,ມາລາວີ,ເອທີໂອປີແລະປະເທດອື່ນໆ. ແພດສາດແລະການຢາພື້ນເມືອງຈີນໄດ້ຮັບການນຳໃຊ້ໃນການບໍລິການດ້ານສຸຂະພາບຂອງປະຊາຊົນປະເທດອາຟຣິກາ,ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປ້ອງກັນປົວພະຍາດຕິດແປດຢ່າງຮຸນແຮງ,ພະຍາດທົ່ວໄປ ພະຍາດທີ່ເກີດຂຶ້ນເລື້ອຍໆແລະການຮັກສາສຸຂະພາບດ້ານການປິ່ນປົວຂອງປະເທດອາຟຣິກາເຫຼົ່ານີ້.