ການຝຶກອົບຮົມຄວາມສາມາດທາງເຕັກນິກຂະຫຍາຍເສັ້ນທາງປະກອບອາຊີບຂອງແມ່ຍິງໃນຊົນນະບົດໃຫ້ກວ້າງຂວາງ

2018-08-21 15:23:24 |ມາຈາກ: Yunnan Gateway

ຫລັງຈາກປີທີ່ຜ່ານມາ,ສຳລັບສະພາບການທີ່ລະດັບຄວາມຮູ້ຂອງແມ່ຍິງໃນຊົນນະບົດຕໍ່າ ແລະ ການຂາດເຕັກນິກທາງປະກອບອາຊີບແລະບັນຫາອື່ນ,ສະຫະພັນແມ່ຍິງຂອງກິ່ງແຂວງປົກຄອງຕົນເອງເຜົ່າລີ້ຊູ້ນູ້ຈ່ຽງໄດ້ສົມທົບຮ່ວມມືກັບຫ້ອງສິດສອນຄວາມຮູ້ໃຫ້ຊາວນາໃນຍຸກສະໄໝໃໝ່,ປະສານກັບນະໂຍບາຍການຊ່ວຍເຫຼືອຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງແມ່ນຢໍາ,ອີງຕາມສະພາບການຂອງຄອບຄົວ,ອາຍຸ,ລະດັບຄວາມຮູ້ແລະຄວາມຫວັງທາງການປະກອບອາຊີບແລະສະພາບການອື່ນໆ,ໄດ້ຈັດຕັ້ງແມ່ຍິງໃນຊົນນະບົດເຂົ້າຮ່ວມຫ້ອງການຝຶກອົບຮົມທີ່ສອນເຕັກນິກປະເພດຕ່າງໆຢ່າງເປັນຊຸດເປັນໄລຍະ,ເພື່ອໃຫ້ເຂົາເຈົ້າມີຄວາມສາມາດທາງການລ້ຽງສັດ,ວຽກບ້ານການເຮືອນ,ທາງການບໍລິຫານວຽກງານສາທາລະນະເປັນຕົ້ນ,ເພື່ອແກ້ໄຂບັນຫາທີ່ຫຍຸ້ງຍາກຕ່າງໆກໍຄື:ການປະກອບອາຊີບແລະການຫຼຸດພົ້ນອອກຈາກຄວາມທຸກຍາກ.