ກິດຈະກຳ “ໂຄງການເຄື່ອນໄຫວແສງສະຫວ່າງ”ຂອງແຂວງຢຸນນານປະຈຳປີ 2018 ທີ່ນະຄອນຫຼວງວຽງຈັນປະເທດລາວໄດ້ເລີ່ມຂຶ້ນ

2018-08-22 15:18:27 |ມາຈາກ: Yunnan Gateway

ໃນວັນທີ 21 ເດືອນ ສິງຫາ,ພິທີເປີດຂອງກິດຈະກຳ“ໂຄງການເຄື່ອນໄຫວແສງສະຫວ່າງ”ຂອງແຂວງຢຸນນານປະຈຳປີ 2018 ທີ່ນະຄອນຫຼວງວຽງຈັນປະເທດລາວໄດ້ຈັດຂຶ້ນທີ່ໂຮງໝໍມະໂຫສົດນະຄອນຫຼວງວຽງຈັນປະເທດລາວ.ກິດຈະກຳຄັ້ງນີ້ຈະສືບຕໍ່ເປັນເວລາ4 ມື້,ເຊິ່ງຮິບໂຮມກອງທຶນໂດຍສະຫະພັນກອງທຶນແລກປ່ຽນມິດຕະພາບສາກົນລະຫວ່າງທ້ອງຖິ່ນແຂວງຢຸນນານ,ເຊື້ອເຊີນຊ່ຽວຊານວິຊາຕາຂອງໂຮງໝໍປະຊາຊົນທີ່ 1 ແຂວງຢຸນນານມາເຮັດການ່ຜ່າຕັດໃຫ້ແກ່ຄົນເຈັບຕາຕໍ້ກະຈົກຈຳນວນ 100 ຄົນໃນປະເທດລາວແບບບໍ່ເສຍຄ່າໃຊ້ຈ່າຍີ.ໃນພິທີເປີດ,ຝ່າຍຈີນຍັງໄດ້ບໍລິຈາກເຄື່ອງອຸປະກອນການແພດໃກ້ແກ່ຝ່າຍລາວ.

ໂດຍໄດ້ຮັບຮູ້ວ່າ,ຫຼັງຈາກໄດ້ສ້າງຂຶ້ນຈາກໃນເດືອນ ພະຈິກ ປີ 2013 ທີ່ຜ່ານມາ,ສະຫະພັນກອງທຶນແລກປ່ຽນມິດຕະພາບສາກົນລະຫວ່າງທ້ອງຖິ່ນແຂວງຢຸນນານໄດ້ຈັດຕັ້ງໂຄງການ“ເຄື່ອນໄຫວແສງສະຫວ່າງ”ທີ່ມີຜົນປະໂຫຍດຕໍ່ສາທາລະນະຢ່າງຫ້າວຫັນ.ຈາກປີ 2016 ມາເຖິງປັດຈຸບັນ,ຄະນະການແພດຂອງແຂວງຢຸນນານໄດ້ສຳເລັດການຜ່າຕັດຕາຕໍ້ກະຈົກແລະຟື້ນຟູຄວາມສາມາດການເບິ່ງເຫັນໄດ້ຈຳນວນ 375 ຄົນຢູ່ປະເທດລາວຢ່າງສຳເລັດຜົນ,ອັດຕາການສຳເລັດຜົນບັນລຸເຖິງ 100%,ເຊິ່ງໄດ້ຮັບການຕີລາຄາທີ່ສູງຈາກລັດຖະບານ ,ໂຮງໝໍແລະປະຊາຊົນໃນເຂດທ້ອງຖິ່ນ.