ໃນວັນທີ 21 ເດືອນ ສິງຫາ,ກະຊວງວິທະຍາສາດແລະເຕັກໂນໂລຊີປະເທດລາວກັບມະຫາວິທະຍາໄລກະສິກຳຢຸນນານໄດ້ຈັດກອງປະຊຸມແລກປ່ຽນຮ່ວມມືທີ່ນະຄອນຄຸນໝິງ,ເພື່ອຄົ້ນຄວ້າແລກປ່ຽນການຮ່ວມມືທາງດ້ານຂະແໜງການເຕັກນິກ,ຂະແໜງການກະສິກຳ,ວິທະຍາສາດເປັນຕົ້ນ.
ໃນກອງປະຊຸມ,ກະຊວງວິທະຍາສາດແລະເຕັກໂນໂລຊີປະເທດລາວກັບມະຫາວິທະຍາໄລກະສິກຳຢຸນນານໄດ້ຮ່ວມມືກັນຈັດຕັ້ງສູນຄົ້ນຄວ້າຮ່ວມມືສາກົນການສາທິດແລະເຕັກນິກການແປຮູບໄກ່ໝ ແລະ ເປີດປ້າຍສູນຄົ້ນຄວ້າຮ່ວມມືສາກົນເຕັກນິກການແປຮູບຜະລິດຕະພັນສັດທີ່ມີເອກະລັກພິເສດລະຫວ່າງຢຸນນານ-ລາວ.
ໂດຍໄດ້ຮັບຮູ້ວ່າ,ທັງຝ່າຍແຂວງຢຸນນານແລະຝ່າຍປະເທດລາວຫວັງວ່າການຮ່ວມມືພາຍໃຕ້ໂຄງການືແລວທາງເສດຖະກິດຈີນລາວ, ຜ່ານການສ້າງຕັ້ງສູນຄົ້ນຄວ້າຮ່ວມມື,ດຳເນີນການຮ່ວມມືທາງເຕັກນິກດ້ານການປູກຝັງ ດ້ານການລ້ຽງ ສັດດ້ານການແປຮູບຜົນຜະລິດຕະພັນກະສິກຳເປັນຕົ້,ື,ເພິ່ມທະວີການຝຶກອົບຮົມຊັບພະຍາກອນມະນຸດ,ຈະຊຸກຍູ້ການແລກປ່ຽນການຮ່ວມມືໃນດ້ານເຕັກນິກ ດ້ານຂະແໜງການກະສິກຳແລະຂອບເຂດອື່ນໆລະຫວ່າງແຂວງຢຸນນານກັບປະເທດລາວໃຫ້ດີກວ່າເກົ່າ.
ທ່ານ ບໍວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດແລະເຕັກໂນໂລຊີປະເທດລາວ,ທ່ານ ສູປີ່ນ ຮອງປະທານສະພາປຶກສາຫາລືການເມືອງແຂວງຢຸນນານໄດ້ເປິດປ້າຍໃຫ້ແກ່ສູນຄົ້ນຄວ້າຮ່ວມມືຮ່ວມກັນ.