ວັນທີ 21 ສິງຫານີ້, ທ່ານລູ້ຄ່າງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວຢູ່ນະຄອນຫຼວງປັກກິ່ງວ່າ: ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານຫຼີເຄິ້ສຽງ ນາຍົກລັດຖະມົນຕີຈີນ, ທ່ານມາຮາເທຍ ໂມຮາມັດ ນາຍົກລັດຖະມົນຕີມາເລເຊຍໄດ້ຢ້ຽມຢາມຈີນຢ່າງເປັນທາງການແຕ່ວັນທີ 17 ຫາວັນທີ 21 ສິງຫານີ້ ເຊິ່ງເປັນການຢ້ຽມຢາມຕ່າງປະເທດນອກອາຊຽນເທື່ອທຳອິດຫຼັງຈາກທີ່ທ່ານໄດ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີມາເລເຊຍໃນປີ 2018 ແລະເປັນການຢ້ຽມຢາມຈີນເທື່ອທີ 8 ຂອງທ່ານໃນຖານະເປັນນາຍົກລັດຖະມົນຕີມາເລເຊຍ. ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນການຢ້ຽມຢາມເທື່ອນີ້.
ທ່ານລູ້ຄ່າງກ່າວຕື່ມວ່າ: ຈີນຍິນດີຮ່ວມກັບມາເລເຊຍ, ໂດຍຖືໂອກາດການຢ້ຽມຢາມຈີນທີ່ໄດ້ຮັບຜົນສຳເລັດເທື່ອນີ້, ພ້ອມກັນຍຶດຖືທິດທາງບົນຈິດໃຈມິດຕະພາບບ້ານໃກ້ເຮືອນຄຽງທີ່ດີດ້ວຍການເຄົາລົບນັບຖືເຊິ່ງກັນ ແລະກັນ ແລະສະເໝີພາບກັນຕ່າງຝ່າຍຕ່າງມີຜົນປະໂຫຍດ, ລົງເລິກ ແລະເປີດກວ້າງການຮ່ວມມືທີ່ແທ້ຈິງໃນຂົງເຂດຕ່າງໆຂອງສອງປະເທດຕື່ມອີກ ແລະຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ມາເລເຊຍໃຫ້ພັດທະນາຢ່າງປອດໃສ ແລະໝັ້ນຄົງຍາວນານ ເພື່ອປະກອບສ່ວນອັນສຳຄັນໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.