ກະຊວງວິທະຍາສາດແລະເຕັກໂນໂລຢີປະເທດລາວແລະສະຖາບັນກະສິກຳວິທະຍາສາດແຂວງຢຸນນານຈັດກອງປະຊຸມຮ່ວມມືທາງເຕັກນິກທີ່ນະຄອນຄຸນໝິງ

2018-08-23 15:24:23 |ມາຈາກ: Yunnan Gateway

ໃນວັນທີ 22 ເດືອນ ສິງຫາ,ກະຊວງວິທະຍາສາດແລະເຕັກໂນໂລຢີປະເທດລາວແລະສະຖາບັນກະສິກຳວິທະຍາສາດແຂວງຢຸນນານໄດ້ຈັດກອງປະຊຸມຮ່ວມມືທາງເຕັກນິກທີ່ນະຄອນຄຸນໝິງ.ສອງຝ່າຍໄດ້ບັນລຸຄວາມເຫັນເປັນເອກະພາບກັນໃນດ້ານການກໍ່ສ້າງສູນຄົ້ນຄວ້າບຸກເບີກເຕັກນິກແລະກະຈາຍ ແລະຂະຫຍາຍຜົນສຳເລັດຮ່ວມກັນຢູ່ປະເທດລາວ,ດ້ານການຂະຫຍາຍການນໍາໃຊ້ແນວພັນອັນໃໝ່ແລະເຕັກນິກອັນໃໝ່ແລະວຽກງານທີ່ກ່ຽວຂ້ອງ,ຍັງໄດ້ເຊັນສັນຍາເອກະສານບັນທຶກກອງປະຊຸມພ້ອມກັນ.

ໃນກອງປະຊຸມ,ກະຊວງວິທະຍາສາດແລະເຕັກໂນໂລຢີປະເທດລາວແລະສະຖາບັນກະສິກຳວິທະຍາສາດແຂວງຢຸນນານຕ່າງກໍ່ແນະນຳການພັດທະນາເຕັກນິກໃນຂອບເຂດສວນດອກໄມ້ຂອງຕົນ,ໂອກາດແລະສິ່ງທ້າທາຍທີ່ປະເຊີນໜ້າແລະສະພາບການອື່ນໆ,ຍັງໄດ້ດຳເນີນການແລກປ່ຽນແລະການພິຈາລະນາກ່ຽວກັບການກໍ່ສ້າງສູນຄົ້ນຄວ້າແລະກະຈາຍເຕັກນິກສວນທີ່ມີລັກສະນະການຊົມເບິ່ງທີ່ອ່ວຍໜ້າສູ່ປະເທດອາຊີໃຕ້ແລະປະເທດອາຊີອາຄະເນສາຂາວຽງຈັນ(ຫຼືວ່າ ສູນຄົ້ນຄວ້າແລະຂະຫຍາຍເຕັກນິກດອກໄມ້ຈີນແລະລາວ),ນຳເຂົ້າແລະຂະຫຍາຍສົ່ງເສີມເຕັກນິກການປູກຝັງດອກໄມ້ອັນທັນສະໄໝແລະເຕັກໂນໂລຊີເຮືອນແກ້ວ,ພັດທະນາຂະແໜງການທ່ອງທ່ຽວທີ່ອີງອາໄສສວນຕົວແບບຂອງຂະແໜງການດອກໄມ້ອັນທັນສະໄໝແລະເນື້ອໃນອື່ນໆ.

ທ່ານບໍວຽງຄຳວົງດາລາລັດຖະມົນຕີກະຊວງວິທະຍາສາດແລະເຕັກໂນໂລຊີປະເທດລາວໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.