ທ່ານລູ້ຄ່າງ ໂຄສົກກະຊວງການຕ່າງປະເທດຈີນເປີດເຜີຍໃນວັນທີ 23 ສິງຫານີ້ວ່າ, ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວຈະຢ້ຽມຢາມຈີນຢ່າງເປັນທາງການແຕ່ວັນທີ 25 ຫາ 28 ສິງຫານີ້.