ກະຊວງການຄ້າຈີນເປີດເຜີຍວ່າ, ວັນທີ 24 ສິງຫານີ້, ທ່ານຈົ່ງຊ່ານ ລັດຖະມົນຕີກະຊວງການຄ້າຈີນແລະທ່ານລຽມ ຟອກສ໌ ລັດຖະມົນຕີກະຊວງການຄ້າສາກົນອັງກິດໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 13 ຂອງຄະນະກຳມະການຮ່ວມເສດຖະກິດການຄ້າຈີນ-ອັງກິດຢູ່ນະຄອນຫຼວງປັກກິ່ງ ສປ ຈີນ. ສອງຝ່າຍໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບຫົວຂໍ້ຕ່າງໆເຊັ່ນການພົວພັນເສດຖະກິດການຄ້າລະຫວ່າງຈີນ-ອັງກິດ, ການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ”, ຄວາມຂັດແຍ້ງທາງການຄ້າຈີນ-ອາເມຣິກາ, ງານວາງສະແດງການນຳເຂົ້າສິນຄ້າສາກົນຈີນ, ການວາງແຜນພັດທະນາການພົວພັນເສດຖະກິດການຄ້າລະຫວ່າງສອງຝ່າຍໃນອະນາຄົດແລະອື່ນໆ.
ສອງຝ່າຍລ້ວນແຕ່ເຫັນດີສືບຕໍ່ລົງເລິກການຮ່ວມມືລະຫວ່າງສອງຝ່າຍໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ”, ສະໜັບສະໜູນວິສາຫະກິດຂອງສອງຝ່າຍຮ່ວມກັນພັດທະນາຕະຫຼາດຝ່າຍທີສາມ; ເລັ່ງລັດການປະເມີດການຄ້າແລະການລົງທຶນຮ່ວມ, ຕັ້ງໜ້າຄົ້ນຄວ້າຄວາມອາດເປັນໄປໄດ້ຂອງການປຶກສາຫາລືສັນຍາການຄ້າເສລີລະດັບສູງລະຫວ່າງສອງຝ່າຍຫຼັງອັງກິດຖອນອອກຈາກສະຫະພາບເອີລົບ; ເພີ່ມທະວີການແລກປ່ຽນດ້ານນະໂຍບາຍການລົງທຶນ, ຊຸກຍູ້ການລົງທຶນຕໍ່ກັນ, ເປີດກວ້າງການຄ້າບໍລິການ, ລົງເລິກການຮ່ວມມືລະດັບທ້ອງຖິ່ນແລະວິສາຫະກິດລະຫວ່າງສອງປະເທດ. ນອກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນໃນຂົງເຂດຕ່າງໆເຊັ່ນ: ເຕັກນິກທັນສະໄໝກ້າວໜ້າແລະ ຊັບສິນທາງປັນຍາ, ລະບົບໂທລະຄົມການສື່ສານ 5G, ການຮັບຮອງມາດຕະຖານເຊິ່ງກັນແລະກັນ, ການບໍລິການດ້ານກົດໝາຍ, ການອຳນວຍຄວາມສະດວກແກ່ການອອກວິຊາເຮັດວຽກແລະອື່ນໆ.
ພາຍຫຼັງກອງປະຊຸມສິ້ນຊຸດລົງ, ລັດຖະມົນຕີການຄ້າສອງຝ່າຍຍັງໄດ້ເປັນສັດຂີພິຍານໃນພິທີເຊັນ “ບົດບັນທຶກຄວາມເຂົ້າໃຈກ່ຽວກັບການສ້າງໜ່ວຍງານການຄ້າການບໍລິການຈີນແລະອັງກິດ.”