ນັກກິລາແຂວງຢຸນນານຍາດໄດ້ຫຼຽນທອງແດງໃນການແລ່ນ 10,000 ແມັດໃນເອຊຽນເກມ

2018-08-27 11:54:05 |ມາຈາກ: Yunnan Gateway

ໃນວັນທີ 25 ສິງຫາ,ການແຂ່ງຂັນແລ່ນຂອງເອຊຽນເກມຈາກາຕາໄດ້ເປີດສາກ,ໃນການແຂ່ງຂັນຮອບຊິງຂອງການແລ່ນ 10,000 ແມັດເພດຍິງ,ນັກກິລາແລ່ນໄກຂອງແຂວງຢຸນນານ ນາງ ຈ່າງເຕີຊົນ ຍາດໄດ້ຫຼຽນທອງແດງ ດ້ວຍຄະແນນ 32 ນາທີ 12 ວິນາທີ 78 ລິບດາ,ພ້ອມທັງໄດ້ທຳລາຍສະຖິຕິຄະແນນທີ່ດີທີ່ສຸດຂອງຕົນ.ນັກກິລາຈາກປະເທດກຽກກິດສະຖານນາງ ມາສໂລວາ ຍາດໄດ້ຫຼຽນຄຳດ້ວຍຄະແນນ 32 ນາທີ 07 ວິນາທີ 23 ລິບດາ,ນັກກິລາຈາກປະເທດບາເຣນ ນາງ ສູມຸ ຍາດໄດ້ຫຼຽນເງິນ.