ສູນການຄ້າຂາຍປະມູນດອກໄມ້ສາກົນນະຄອນຄຸນໝິງ ໃນຍາມລາຕີ,ກໍປະກົດມີບັນຍາກາດທີ່ຟົດຟື້ນຫຼາຍ.ເຂັມທິດຊີ້ລາຄາໃນໂມງຂາຍປະມູນປິ່ນແລະຢຸດຢູ່ສະເໝີ,ໝາຍເຖິງພາຍໃນ 4-5 ວິນາທີກໍໄດ້ຕົກລົງຜູ້ທີ່ເປັນເຈົ້າຂອງດອກໄມ້ຊຸດໜຶ່ງແລ້ວ.
ອີງຕາມສະຖິຕິ,ສູນການຄ້າຂາຍປະມູນດອກໄມ້ສາກົນນະຄອນຄຸນໝິງລວມມີສະມາຊິກຜູ້ປູກ(ຜູ້ສະໜອງສິນຄ້າ)ຈຳນວນ 25.000 ກວ່າຄອບຄົວ,ຜູ້ຊື້ 3100 ກວ່າຄອບຄົວ,ປະເພດດອກໄມ້ທີ່ຕັດສົດ ມີດອກກຸຫຼາບ,ດອກເບັນຈະມາດອາຟລິກາ,ດອກໄຮເຈງຈີ(Hydrangea)ເປັນຕົ້ນລວມທັງຫມົດ 40 ກວ່າໝວດ 500 ກວ່າປະເພດ,ຍອດຂາຍລາຍວັນບັນລຸເຖິງ 3 ລ້ານ ຫາ 3 ລ້ານ 5 ແສນດອກ,ຍອດຂາຍໃນມື້ທີ່ຂາຍດີສຸດມີເຖິງ 7 ລ້ານດອກ.