ຜັກທົ່ງໄຮ

2018-08-28 15:52:39 |ມາຈາກ: Yunnan Gateway

“ປີກ່ອນກອງປະຊຸມຂະແໜງການຜັກປະເທດຈີນໄດ້ຈັດກິດຈະກຳຢູ່ສະຖານທີ່ຂອງພວກເຮົາ,ຊື່ສຽງຂອງເມືອງທົ່ງໄຮໂດ່ງດັງກວ່າເກົ່າແລ້ວ.”ຊາວສວນປູກຜັກຄົນໜຶ່ງຂອງເມືອງທົ່ງໄຮແຂວງຢຸນນານເວົ້າກັບນັກຂ່າວ.ສິ່ງທີ່ເຮັດໃຫ້ລາວຮູ້ສຶກທະນົງໃຈແມ່ນ ຄຽງຄູ່ກັບການຊຸກຍູ້ການກໍ່ສ້າງຂໍ້ລິເລີ່ມ“ໜຶ່ງແລວທາງ ໜຶ່ງເສັ້ນທາງ”ຢ່າງບໍ່ຢຸດຢັ້ງ,ຜັກຂອງເມືອງທົ່ງໄຮແມ່ນຈຳໜ່າຍໄປເຖິງຫຼາຍບ່ອນໃນທົ່ວໂລກ,ຈຳໜ່າຍເຖິງຕະຫຼາດສາກົນ.ໂດຍອີງຕາມສະຖິຕິ,ຍອດຈຳນວນສົ່ງອອກຂອງຜົນຜະລິດຕະພັນກະສິກຳຂອງເມືອງທົ່ງໄຮ ໃນເດືອນ ມັງກອນ ຫາ ເດືອນ ມິຖຸນາແມ່ນ 476 ລ້ານໂດລາ,ເຊິ່ງໄດ້ເພີ່ມທະວີຂຶ້ນ 41% ເມື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນ.

ໃນດິນຂອງຊຸມຊົນຕ້າຊູດຽວນີ້ໄດ້ຈັດຕັ້ງເຄື່ອງຈັກພົມນໍ້າໝົດແລ້ວ,ພະແນກກະສິກຳປ່າໄມ້ ປຸ໋ຍດິນແລະພະແນກຮັກສາພຶກສາຊາດມາຈັດຝຶກອົບຮົມໃນແຕ່ລະປີ,ແລະໄດ້ໄປຊີ້ນຳເຖິງໃນດິນໃນນາຢູ່ສະເໝີ,ລະດັບເຕັກນິກການປູກຜັກໄດ້ຮັບການຍົກສູງຂຶ້ນຢ່າງໃຫຍ່.

ບໍລິສັດຜະລິດຕະພັນກະສິກຳພູພຽງເມືອງທົ່ງໄຮຈຳກັດສ້າງຕັ້ງຂຶ້ນໃນປີ 2003,ປັດຈຸບັນຜັກຂອງເຂົາເຈົ້າໄດ້ສົ່ງອອກໄປປະເທດໄທ ຫວຽດນາມ ກຳປູເຈຍແລະປະເທດອື່ນໆທີ່ເປັນປະເທດທີ່ລຽບຕາມເສັ້ນທາງຂໍ້ລິເລີ່ມ“ໜຶ່ງແລວທາງໜຶ່ງເສັ້ນທາງ” .ໃນປີ 2017 ລາຍໄດ້ຂອງການຈຳໜ່າຍບັນລຸເຖິງ 506 ລ້ານ ຢວນ, ສ້າງລາຍໄດ້ເປັນເງິນຕາຕ່າງປະເທດ 68 ລ້ານ ໂດລາ.

ຮູບແບບຂອງ “ການຍ່າງອອກສູ່ພາຍນອກ”ຂອງວິສາຫະກິດຜັກນັບມື້ນັບຫຼາຍຂຶ້ນ, ປະສິດທິຜົນກໍນັບມື້ນັບດີຂຶ້ນ.ວິສາຫະກິດຜະລິດຕະພັນກະສິກຳທັງ 11 ແຫ່ງຂອງເມືອງທົ່ງໄຮໄດ້ຈັດຕັ້ງສຳນັກງານຈຳຫນ່າຍໂດຍກົງຢູ່ປະເທດໄທ ປະເທດມາເລເຊຍແລະປະເທດຫວຽດນາມເປັນຕົ້ນ.ເນື່ອງຈາກວ່າສັງເກດເຫັນເຖິງຄວາມສຳຄັນຂອງຂອດຈໍລະຈອນຕໍ່ການຈຳໜ່າຍຜັກອອກສູ່ພາຍນອກ,ບໍລິສັດເຂົາເຈົ້າຈຶ່ງໄດ້ລົງທຶນສ້າງຕັ້ງບໍລິສັດຜະລິດຕະພັນກະສິກຳພູພຽງ(ກຳປູເຈຍ)ຈຳກັດທີ່ປະເທດກຳປູເຈຍໃນປີ 2014,ຍັງໄດ້ສ້າງຕັ້ງສາງເຢັນ, ຜັກຂົນສົ່ງດ້ວຍລົດຕູ້ເຢັນເດີນທາງຈາກເມືອງທົ່ງໄຮແລະ ຫຼັງຈາກຮອດປະເທດກຳປູເຈຍກໍເກັບໄວ້ສາງເຢັນ,ອີງຕາມສະພາບການສະຕັອກເຄື່ອງຂອງຕະຫຼາດທ້ອງຖິ່ນ,ການປັບປຸງ,ຈຳໜ່າຍຫຼືຂົນສົ່ງ,ເຊິ່ງນີ້ລ້ວນແລ້ວແຕ່ໄດ້ຍົກປະສິດທິພາບວິສາຫະກິດແລະຜູ້ຊື້ຂອງທ້ອງຖິ່ນໃຫ້ສູງຂຶ້ນກວ່າເກົ່າ.