ວັນທີ 27 ສິງຫານີ້ ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ປັກກິ່ງ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ ປະທານປະເທດຈີນ ແລະ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມການສຳມະນາແລະກ່າວຄຳປາໄສສຳຄັນກ່ຽວກັບການຊຸກຍູ້ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 5 ປີ.
ທ່ານ ສີຈິ້ນຜິງ ກ່າວເນັ້ນວ່າ: ການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ” ຕອບສະໜອງຕາມຄວາມຕ້ອງການຂອງການປະຕິຮູບລະບົບຄຸ້ມຄອງຂອງໂລກ,ເປັນການສະແດງໃຫ້ເຫັນເຖິງການມີສະຕິຕໍ່ປະຊາຄົມຮ່ວມຊາຕາກຳທີ່ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກແລະແບກຫາບສິດແລະຄວາມຮັບຜິດຊອບຮ່ວມກັນ,ເປັນການສະໜອງແນວຄິດແລະແຜນການໃໝ່ໃຫ້ແກ່ການປະຕິຮູບລະບົບຄຸ້ມຄອງຂອງໂລກໃຫ້ດີຂຶ້ນກວ່າເກົ່າ. ພວກເຮົາຄວນຊຸກຍູ້ການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ໃຫ້ພັດທະນາເຂົ້າສູ່ລວງເລິກຢ່າງແທ້ຈິງ,ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຢູ່ລຽບຕາມ“ໜຶ່ງແລວໜຶ່ງເສັ້ນທາງ”,ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳມວນມະນຸດ.
ທ່ານ ສີຈິ້ນຜິງ ເນັ້ນຕື່ມວ່າ: ຄວນເພີ່ມທະວີການນຳພາຂອງພັກຕໍ່ວຽກງານການສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”. ຊຸກຍູ້ຄະນະນຳກ່ຽວກັບວຽກງານການສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ໃຫ້ເສີມຂະຫຍາຍບົດບາດນຳພາ,ປະສານສົມທົບກັບພາກສ່ວນຕ່າງໆແລະທ້ອງຖິ່ນຕ່າງໆ, ກຳນົດຈຸດສຸມຂອງວຽກງານ,ເພີ່ມທະວີການຕິດຕາມກວດກາ,ຊຸກຍູ້ແຜນການແລະມາດຕະການທີ່ກ່ຽວຂ້ອງໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງແທ້ຈິງເປັນເທື່ອລະກ້າວຕາມການຈັດວາງຢ່າງເປັນເອກະພາບຂອງສູນກາງພັກ.