ວັນທີ 28 ສິງຫານີ້, ກອງປະຊຸມລະດັບສູງກ່ຽວກັບສິດຊັບສິນທາງປັນຍາ “ໜຶ່ງແລວໜຶ່ງເສັ້ນທາງ” ປີ 2018 ໄດ້ໄຂຂຶ້ນຢູ່ປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງຈົດໝາຍຊົມເຊີຍຕໍ່ກອງປະຊຸມດັ່ງກ່າວ.
ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ຈີນໄດ້ເສີມຂະຫຍາຍຈິດໃຈເສັ້ນທາງສາຍໄໝ,ສະເໜີຂໍ້ລິເລີ່ມກ່ຽວກັບການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”,ນີ້ໄດ້ຮັບຄວາມເຫັນດີຢ່າງກວ້າງຂວາງແລະມີການເຂົ້າຮ່ວມຢ່າງຕັ້ງໜ້າຈາກປະເທດທີ່ກ່ຽວຂ້ອງແລະປະຊາຄົມໂລກ,ໄດ້ຮັບໝາກຜົນທີ່ໜ້າຊື່ນຊົມ.
ທ່ານ ສີຈິ້ນຜິງ ກ່າວວ່າ: ລະບົບຊັບສິນທາງປັນຍາມີບົດບາດສຳຄັນຕໍ່ການຊຸກຍູ້ການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”. ຈີນຈະປະຕິບັດການປົກປ້ອງສິດຊັບສິນທາງປັນຍາຢ່າງເຂັ້ມງວດແລະເດັດດ່ຽວໜຽວແໜ້ນ,ປົກປ້ອງສິດຊັບສິນທາງປັນຍາຂອງວິສາຫະກິດທັງໝົດຕາມກົດໝາຍ,ເພື່ອສ້າງສະພາບແວດລ້ອມດ້ານການປະດິດສ້າງແລະການດຳເນີນທຸລະກິດທີ່ດີ. ຫວັງວ່າບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມຈະສາມາດເພີ່ມທະວີການເຈລະຈາ,ເປີດກວ້າງການຮ່ວມມື,ບັນລຸຜົນຕ່າງຝ່າຍຕ່າງມີຜົນປະໂຫຍດ,ຊຸກຍູ້ການປົກປ້ອງແລະນຳໃຊ້ສິດຊັບສິນທາງປັນຍາຢ່າງມີປະສິດທິພາບກວ່າເກົ່າ,ຮ່ວມກັນສ້າງເສັ້ນທາງແຫ່ງການປະດິດສ້າງ,ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຂອງບັນດາປະເທດໄດ້ດີກວ່າເກົ່າ.