ໃນວັນທີ 28 ສິງຫາ,ທີ່ນະຄອນຫຼວງວຽງຈັນປະເທດລາວ, ແຂກຜູ້ມີກຽດໄດ້ເຊັນສັນຍາວ່າດ້ວຍການຮ່ວມລົງທຶນນຳກັນ.
ບໍລິສັດຫຸ້ນສ່ວນໄຊນາ ທາວເວີປະເທດຈີນຈຳກັດ(ໄຊນາ ທາວເວີ)ໄດ້ເຊັນສັນຍາກັບລັດຖະບານລາວແລະບໍລິສັດ ຄລິກລາວ ມາເກັດຕິ້ງ ແອນຄອນເຊົາເທິນຊີ ໃນວັນທີ 28,ແລະຈະລົງທຶນຮ່ວມກັນເພື່ອສ້າງຕັ້ງບໍລິສັດຊາວອິດ ເອເຊຍ ທາວເວີ ,ດຳເນີນກິດຈະການຕົ້ນຕໍກ່ຽວກັບຫໍສື່ສານຂອງລາວ, ສະຖານີ ເຄື່ອງຈັກ,ແຫລ່ງກຳເນີດໄຟຟ້າແລະອຸປະກອນສະຫນັບສະຫນູນອື່ນໆ ພ້ອມດ້ວຍ ການດຳເນີນກິດຈະການ ການກໍ່ສ້າງແລະການຮັກສາລະບົບແຈກຢາຍພາຍໃນອາຄານ,ລະບົບການນຳສົ່ງ.