ທ່ານ ວາງ​ຢີ້ ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບຂອງ​ຮອງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ

2018-08-30 16:11:36 |ມາຈາກ: cri

ວັນ​ທີ 29 ສິງ​ຫາ​ນີ້, ທ່ານ ​ວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​​ຄຳ​ນັບຂອງ​ທ່ານ ​ທິ​ກິ​ໂອະ ອາກິ​ບະ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ​ທີ່​ມາ​ຢ້ຽມ​ຢາມ​ຈີນ​ຢູ່​ທຳ​ນຽບຈົ່ງນານ​ໄຫ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.

ທ່ານ ວາງ​ຢີ້ ກ່າວ​ວ່າ: ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ຢ້ຽມ​ຢາມ​ຍີ່​ປຸ່ນ​ຢ່າງ​ສຳ​ເລັດ​ຜົນ​ໃນ​ເດືອນ​ພຶດ​ສະ​ພາ​ປີ​ນີ້,ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ກັບ​ເຂົ້າ​ສູ່​ສະ​ພາບ​ປົກ​ກະ​ຕິ​ຄືນ​ໃໝ່. ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ແລະ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ເປັນ​ສິ່ງ​ທີ່​ໜ້າ​ທະ​ໜຸ​ຖະ​ໜອມ​​ທີ່​ສຸດຂອງ​ສອງ​ຝ່າຍ. ປີ​ນີ້​ແມ່ນ​ປີ​ເຊັນ​ສົນ​ທິ​ສັນ​ຍາ​ສັນ​ຕິ​ພາບ​ແລະ​ມິດ​ຕະ​ພາບຈີນ-ຍີ່​ປຸ່ນ​ຄົບ​ຮອບ 40 ປີ. ສອງ​ຝ່າຍ​ຄວນ​ຍຶດ​ໝັ້ນ​ຄວາມ​ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ພາ​ບ​​ກັນລະ​ຫວ່າງ​ຈີນ-ຍີ່​ປຸ່ນ​ບົນຫຼັກ​ການ​ແລະ​ເອ​ກະ​ສານ​ການ​ເມືອງ 4 ສະ​ບັບ,ປົກ​ປັກ​ຮັກ​ສາ​ພື້ນ​ຖານ​ການ​ເມືອງ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ດີ. ຈີນ​ຍິນ​ດີ​ຮ່ວມ​ກັບ​ຍີ່​ປຸ່ນ​ເປີດກວ້າງ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃນ​ຂົງ​ເຂດ​ການ​ປະ​ດິດ​ສ້າງ​ໃໝ່,ຕະ​ຫຼາດ​ຝ່າຍ​ທີ 3 ແລະ​ຂົງ​ເຂດ​ອື່ນໆ,ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ​ແລະ​ຂະ​ບວນ​ການ​ເຊື່ອມ​ໂຍງ​ພາກ​ພື້ນ.

ທ່ານ ​ທາ​ກິ​ໂອະ ອາ​ກິ​ບະ ກ່າວ​ວ່າ: ຍີ່​ປຸ່ນ​ຮູ້​ສຶກ​ດີ​ໃຈ​ທີ່​ໄດ້​ເຫັນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກັບ​​ເຂົ້າ​ສູ່​ສະ​ພາບ​ປົກ​ກະ​ຕິ​ຄືນ​ໃໝ່,ຍິນ​ດີ​ຮ່ວມ​ກັບ​ຈີນ​​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.