ກອງທຶນພັດທະນາຈີນອາຟຼິກາໄດ້ບັນລຸ 10 ຕື້ໂດລາ

2018-09-03 11:01:29 |ມາຈາກ: cri

ວັນ​ທີ 1 ກັນ​ຍາ​ນີ້, ​ກອງ​ທຶນພັດ​ທະ​ນາ​ຈີນອາ​ຟຼິ​ກາ​​ແຈ້ງ​ໃຫ້​ຊາບວ່າ, ​ກອງ​ທຶນ​ຕົນ​ໄດ້​​ມີ​ຮອດ 10 ຕື້​ໂດ​ລາ.

​ມາຮອດ​ປັດ​ຈຸ​ບັນ,​ກອງ​ທຶນ​ພັດ​ທະ​ນາ​ຈີນ​ອາ​ຟຼິ​ກາ​ໄດ້​ຕົກ​ລົງ​ລົງ​ທຶນ 4 ຕື້ 600 ລ້ານ​ກວ່າ​ໂດ​ລາ​ໃຫ້ 90 ກວ່າ​ໂຄງ​ການ​ຂອງ 36 ປະ​ເທດອາ​ຟຼິ​ກາ, ການ​ລົງ​ທຶນ​ກ່ຽວ​ພັນ​ເຖິງ​ບັນ​ດາ​ຂົງ​ເຂດ​ຄື​ ພື້ນ​ຖານ​ໂຄງ​ລ່າງ ເຄື່ອງ​ປະ​ກອບ​ຄວາມ​ສາ​ມາດ​ຜະ​ລິດ ​ກະ​ສິ​ກຳ​ແລະຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ການ​ພັດ​ທະ​ນາ​ພະ​ລັງ​ງານ​ແລະ​ຊັບ​ພະ​ຍາ​ກອນ​ເປັນ​ຕົ້ນ.
ພາຍ​ຫຼັງ​ໂຄງ​ການ​ເຫຼົ່າ​ນີ້​ປະ​ຕິ​ບັດ, ສ​າ​ມາດ​ຊຸກ​ຍູ້​ວິ​ສາ​ຫະ​ກິດ​ຈີນ​ລົງ​ທຶນ 23 ຕື້​ໂດ​ລາ​ໃຫ້ອາ​ຟຼິ​ກາ, ເພີ່ມ​ການ​​ຄ້າ​ສົ່ງອອກ​ຂອງອາ​ຟຼິ​ກາ 5 ຕື້ 800 ລ້ານ​ໂດ​ລາ, ສ້າງ​​ລາຍ​ໄດ້​ທີ່​ເປັນພາ​ສີ​ອາ​ກອນ 1 ຕື້​ໂດ​ລາ, ມີ​ຜົນ​ປະ​ໂຫຍດ​ຕໍ່ປະ​ຊາ​ຊົນ​ອາ​ຟຼິ​ກາ 8 ລ້ານ 7 ແສນກວ່າ​ຄົນ​​. ຜູ້​ຮັບ​ຜິດ​ຊອບ​ກ່ຽວ​ຂ້ອງ​ຂອງ​​ກອງ​ທຶນ​ພັດ​ທະ​ນາ​ຈີນ​ອາ​ຟຼິ​ກາ​ກ່າວ​ວ່າ, ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຊີ້​ນຳ​ຕື່ມ​ອີກ, ເປີດກວ້າງ​ການ​ລົງ​ທຶນ​ຕໍ່​ອາ​ຟຼິ​ກາ, ຊຸກ​ຍູ້​ການ​ສ້າງ ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ ເຊື່ອມ​ຕໍ່ກັບ​ການ​ພັດ​ທະ​ນາ​ຂອງອາ​ຟຼິ​ກາ​ໃຫ້​ດີກວ່າ​ເກົ່າ, ອອກ​ແຮງ​ສ້າງ​ປະ​ຊາ​ຄົມ​ຮ່ວ​ມ​ຊາ​ຕາ​ກຳ​ຈີນອາ​ຟຼິ​ກາ​​ທີ່​ສະ​ໜິດ​ແໜ້ນກວ່າ​ເກົ່າ.

​ກອງ​ທຶນ​ພັດ​ທະ​ນາ​ຈີນອາ​ຟຼິ​ກາ​ແມ່ນ​ສິ່ງ​ກຳ​ເນີດ​ຂອງ​ເວ​ທີ​ເປິກ​ສາ​ຫາ​ລື​​ການ​ຮ່ວມ​ມືຈີນ​ອາ​ຟຼິ​ກາ, ​ສ້າງ​ຂຶ້ນໂດຍ​ທະ​ນາ​ຄານ​ພັດ​ທະ​ນາ​​ຈີນ, ​ຂາຫຸ້ນ​ຕ່າງໆ​ໄດ້​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ທາງ​ທຶນ​ຮອນ​ດ້ວຍ​ຮູບ​ການ​ຕະ​ຫຼອດ​, ​ມີ​ຈຸດ​ປະ​ສົງ​ເພື່ອຊ່ອຍ​ເຫຼືອ​ວິ​ສາ​ຫະ​ກິດ​ຈີນ​ໄປ​ລົງ​ທຶນ​ຢູ່​ອາ​ຟຼິ​ກາ.