ທ່ານ​ສີ​ຈິ້ນ​ຜິ​ງພົບ​ປະ​ກັບ​ປະທານາທິບໍດີ​ຊູ​ດັງ

2018-09-03 11:06:15 |ມາຈາກ: cri

ວັນ​ທີ 2 ກັນຍາ​ນີ້, ທ່ານ​ສິຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ໂອ​ມາຣ ອັນ​ບາຊີຣ ປະທານາທິບໍດີ​ຊູ​ດັງ​ຢູ່​ຫໍ​ສະ​ພາ​ປະຊາຊົນທີ່ນະຄອນຫຼວງ​ປັກ​ກິ່ງ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ຊູ​ດັງ​ເປັນ​ປະ​ເທດ​ທີ່​ມີ​ອິດ​ທິພົນ​ທີ່​ສຳຄັນ​ໃນ​ທະ​ວີ​ບ​ອາ​ຟຣິກາ ກໍ​ຄື​ໂລກ​ອາຣັບ. ການ​ຮ່ວມ​ມື​ຕົວ​ຈິງ​ລະຫວ່າງ​ຈີນ ​ແລະ​ຊູ​ດັງ​ໄດ້ຊຸກຍູ້ການ​ພັດທະນາ​ເສດຖະກິດ​ຂອງ​ສອງ​ປະ​ເທດຢ່າງ​ແຂງ​ແຮງ ​ເຊິ່ງ​ເປັນ​ຕົວ​ແບບ​ຂອງ​ການ​ຮ່ວມ​ມື​ໃຕ້​ໃຕ້. ຈີນ​ຍິນ​ດີ​ຕ້ອນຮັບ​ຊູ​ດັງ​ເຂົ້າ​ຮ່ວມ​ການກໍ່ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”, ຫວັງ​ວ່າ​ຖື​ໂອກາດ​ນີ້ ຈະສາມາດ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ພະລັງງານ​ຂອງ​ສອງ​​ຝ່າຍ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່ ​ແລະ​ສ້າງ​ຮູບ​ແບບ​ໃໝ່​ການ​ຮ່ວມ​ມື​ດ້ານ​ຂະ​ແໜງ​ການ​ກະສິກຳ.

ທ່ານ​ບາຊີຣກ່າວ​ວ່າ: ຊູ​ດັງ ​ແລະ​ຈີນ​ມີ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນດ້ານ​ການ​ເມືອງ​ຢ່າງ​ໜັກ​ແໜ້ນ ​ແລະ​ມີ​ໄມຕີ​ຈິດ​ມິດຕະພາບອັນ​ເປັນ​ມູນ​ເຊື້ອ​ທີ່​ເລິກ​ເຊິ່ງ. ຊູ​ດັງຍ້ອງຍໍ ​ແລະ​ສະໜັບສະໜູນ​ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”, ສະໜັບສະໜູນ​ຄວາມ​ເຫັນ​ກ່ຽວ​ກັບການ​ກໍ່ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຈີນ-ອາ​ຟຣິກາ​ຢ່າງ​ແໜ້ນ​ແຟ້ນຍິ່ງໆ​ຂຶ້ນ, ຂອບ​ອົກ​ຂອບ​ໃຈ​ຈີນ​ທີ່​ສະໜັບສະໜູນ​​ພາລະ​ກິດ​ສັນຕິພາບ ​ແລະ​ການ​ພັດທະນາ​ຂອງ​ອາ​ຟຣິກາ ​ແລະ​ຍິນ​ດີ​ເພີ່ມ​ທະວີການຮ່ວມມືຕົວ​ຈິງ​ລະຫວ່າງສອງ​ຝ່າຍ ກໍ​ຄືການ​ປະສານ​ສົມທົບດ້ານ​ວຽກ​ງານ​ສາກົນ ​ແລະ​ພາກ​ພື້ນ.