ຈັດ​ກອງ​ປະ​ຊຸມ​ໂຕະ​ມົນ​ຜູ້​ນຳ​ກອງ​ປະ​ຊຸມ​ສຸດຍອດ​ປັກ​ກິ່ງ​ເວ​ທີ​ປຶກ​ສ​າ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ

2018-09-04 16:03:08 |ມາຈາກ: cri

ກອງ​ປະ​ຊຸມ​ໂຕະ​ມົນ​ຜູ້​ນຳ​ກອງ​ປະ​ຊຸມ​ສຸດຍອດ​ປັກ​ກິ່ງ​ເວ​ທີ​ປຶກ​ສ​າ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາໄດ້​ຈັດ​ຂຶຶ້ນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 4 ກັນ​ຍາ​ນີ້.

ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ແລະ ທ່ານ​ມາ​ຕາ​ເມ​ລາ ຊີ​ຣິນ ຣາ​ມາ​ໂຟ​ຊາ ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ຣິ​ກາ​ໃຕ້ ​ເປັນ​ປະ​ທານ​ຮ່ວມ​ກອງ​ປະ​ຊຸມ​ດັ່ງ​ກ່າວ ເພື່ອ​ຈັດ​ການ​ປຶກ​ສາ​ຫາ​ລື​​ທັງຕອນ​ເຊົ້າ ແລະ ຕອນ​ບ່າຍ, ຜູ້​ນຳ​ຈີນ ແລະ ອ​າ​ຟ​ຣິ​ກາ​ຈະ​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ ກ່ຽວ​ກັບ​ກ​ານ​ຂະ​ຫຍາຍ​ການ​ພົວ​ພັນ​ຈີນ-ອາ​ຟ​ຣິ​ກາ ພ້ອມ​ດ້ວຍ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ, ກອງ​ປະ​ຊຸມ​ຈະ​ຜ່ານ “​ຖະ​ແຫຼງ​ການປັກ​ກິ່ງ​ກ່ຽວ​ກັບ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຟ​ຣິ​ກາ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ” ແລະ “ແຜນ​ການ​ດຳ​ເນີນ​ງານ​ປັກ​ກິ່ງ​ຂອງກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອ​າ​ຟ​ຣິ​ກາ ປີ 2019 - 2021”.