ເປີດ​​ຄ້າຍ​ສ້າງ​ປະ​ສົບ​ການ​ວັດ​ທະ​ນະ​ທຳ​​ໃຫ້​ຜູ້​ນຳ​ໜຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຢູ່​ຄຸນ​ມິງ

2018-09-04 16:10:37 |ມາຈາກ: cri

ກິດ​ຈະ​ກຳ “ຄ້າຍ​ສ້າງ​ປະ​ສົບ​ການ​ວັດ​ທະ​ນະ​ທຳ​ໃຫ້​ຜູ້​ນຳ​ໜຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ”​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ມິງ ແຂວງ​ຢູນ​ນານ ສ​ປ ຈີນ​ໃນ​ວັນ​ທີ 3 ກັນ​ຍາ​ນີ້​ໂດຍ​ມີ​ຜູ້​ຕາງ​ໜ້າ​ຊາວ​ໜຸ່ມຈີນ, ລາວ, ກຳ​ປູ​ເຈຍ, ມຽນ​ມາ,ໄທ​ແລະ​ຫວຽດ​ນາມ​ລວມ​ທັງ​ໝົດ 120 ຄົນ​ເຂົ້າ​ຮ່ວມ.

ກິດ​ຈະ​ກຳ​ຄັ້ງ​ນີ້​ຈັດ​ຂຶ້ນ​ໂດຍ​ມີ​ສະ​ຫະ​ພັນ​ຊາວ​ໜຸ່ມ​ຈີນ​ເປັນ​ເຈົ້າ​ພາບ​ແລະ​ສະ​ຫະ​ພັນ​ຊາວ​ໜຸ່ມ​ແຂວງ​ຢູນ​ນານ​ເປັນ​ຜູ້​ຈັດ​ງານ​ ​ໂດຍ​ມີ​ຈຸດ​ປະ​ສົງ​ນຳ​ໃຊ້​ທ່າ​ແຮງ​​ທາງ​ດ້ານ​ພູ​ມີ​ພາກແລະ​ທ່າ​ແຮງ​ດ້ານ​ຊັບ​ພະ​ຍາ​ກອນ​ວັດ​ທະ​ນະ​ທຳ​ຂອງ​ແຂວງ​ຢູນ​ນານ​ທີ່​ເປັນ​ປະ​ຕູ​ສູ່​ບັນ​ດາ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ ເພື່ອ​ສົ່ງ​ເສີມ​ມິດ​ຕະ​ພາບ, ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັນ​ລະ​ຫວ່າງ​ຊາວ​ໜຸ່ມ​ບັນ​ດາ​ປະ​ເທດ.

ກິດ​ຈະ​ກຳ​ຄັ້ງ​ນີ້​ຈະ​ດຳ​ເນີນ​ໄປ​ເປັນ​ເວ​ລາ 10 ວັນ​ໂດຍ​ຈະ​ຈັດ​ຢູ່​ນະ​ຄອນ​ຄຸນ​ມິງ​ແລະ​ນະ​ຄອນ​ຕ້າຫຼີ​ແຂວງ​ຢູນ​ນານ ເຊິ່ງ​ປະ​ກອບ​ດ້ວຍ​ກິດ​ຈະ​ກຳ​ຕ່າງໆ​ເຊັ່ນ ເວ​ທີ​ປຶກ​ສາ​ຫາ​ລື​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ການ​​ໃຫ້ຄວາມ​ຮູ້​ກ່ຽວ​ກັບ​ການ​ປະ​ດິດ​ສ້າງ​ແລະ​ການ​ປະ​ກອບ​ທຸ​ລະ​ກິດ​ສຳ​ລັບ​ຊາວ​ໜຸ່ມ, ການ​ຢ້ຽມ​ຢາມທັດ​ສະ​ນະ​ສຶກ​​​ສາຕົວ​ຈິງ, ການ​ສຳ​ມະ​ນາ​ບົນ​ຈິດ​ໃຈ​ມິດ​ຕະ​ພາບ, ການ​ຍົກ​ລະ​ດັບ​ຄວາມ​ສາ​ມາດ​ແລະ​ອື່ນ​ໆ.