ຈີນ​ສົ່ງ​ຈະຫຼວດSQX-1Zຂຶ້ນ​ສູ່​ອະ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນ

2018-09-05 17:08:23 |ມາຈາກ: cri

ເວ​ລາ 13 ໂມງ​ຂອງວັນ​ທີ 5 ກັນ​ຍາ​ນີ້, ສູນ​ສົ່ງ​ດາວ​ທຽມ​ຈິວຊວນຈີນໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​​ສົ່ງດາວ​ທຽມກາ​ນ​ຄ້າ​ດ້ວຍ​ຈະຫຼວດ SQX-1Z ຂຶ້ນ​ສູ່​ອະ​ວະ​ກາດ​ລຸ່ມ​ວົງ​ໂຄ​ຈອນ.

ຫຼັງ​ຈາກ​ສົ່ງ​ດາວ​ທຽມ​ຮູບ​ສີ່​ຫຼ່ຽມ​ມົນ​ທົນ 3 ດວງ​ເຂົ້​າ​ສູ່​ວົງ​ໂຄ​ຈອນ​ຕາມ​ທີ່​ກຳ​ນົດ​ໄວ້​ແລ້ວ ​ຈະຫຼວດ SQX-1Z ກໍໄດ້​ປ່ອຍ​ດາວ​ທຽມ​ຮູບ​ສີ່ຫຼ່ຽມ​ມົນ​ທົນ 2 ດວງ​ອອກ​ມາ​ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ທົດ​ລອງ​ການ​ບິນ​ລຸ່ມວົງ​ໂຄ​ຈອນ, ໃນ​ນີ້ ມີ​ດວງ​ໜຶ່ງ​ໄດ້​ກັບ​ຄືນ​ສູ່​ພາກ​ພື້ນ​ດິນ​ດ້ວຍ​ຈ້ອງ​ຢ່າງ​ສຳ​ເລັດ​ຜົນ.

ຈະຫຼວດ​ການ​ຄ້າ​ລຸ່ມ​ວົງ​ໂຄ​ຈອນ​ SQX-1Z ແມ່ນ​ຄົ້ນ​ຄວ້າ​ຜະ​ລິດ​ໂດຍ​ບໍ​ລິ​ສັດ​ວິ​ທະ​ຍາ​ສາ​ດ​ເຕັກ​ໂນ​ໂລ​ຊີ​ຊິງ​ຈີ້​ຢົງ​ຢ້າວ​ປັກ​ກິ່ງ​ຈຳ​ກັດ,ຈະຫຼວດ SQX-1Z​ຖືກ​ສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ​ເທື່ອ​ນີ້​ເປັນ​ຈະຫຼວດ​ລຸ້ນ​ທົດ​ລອງ​ໄລ​ຍະ​ເບື້ອງ​ຕົ້ນ.

ຕາມ​ຂ່າວ​ແຈ້ງວ່າ: ເມື່ອ​ການ​ທົດ​ລອງ​ຈະຫຼວດ​​ລຸ້ນ​ນີ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ທົດ​ລອງ​ແລະ​ເຂົ້າ​ສູ່​ຕະຫຼາດ​ແລ້ວ​ຈະ​ສາ​ມາດ​ໃຫ້​ບໍ​ລິ​ການ​ດ້ານການ​ຄ້າ​ທີ່​ຄົບ​ວົງ​ຈອນ​ໃຫ້​ແກ່​ລູກ​ຄ້າ​ທີ່​ຕ້ອງ​ການ​ສົ່ງ​ດາວ​ທຽມ​ກໍ​ຄື​ກຸ່ມ​ດາວ​ທຽມ.