ທ່ານ​ລີ້​ຈ້າ​ນຊູ່​ຈະ​ຢ້ຽມຢາມ​ສປປ.​ເກົາຫຼີ

2018-09-06 16:28:31 |ມາຈາກ: cri

ວັນ​ທີ 4 ກັນຍາ​ນີ້, ​ໂຄສົກ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ເ​ປີດ​ເຜີຍ​ຢູ່​ນະຄອນຫຼວງປັກ​ກິ່ງ​ວ່າ: ​ໂດຍ​ຕອບ​ສະໜອງ​ຕາມການ​ເຊື້ອ​ເຊີນຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ແຮງ​ງານສປປ.​ເກົາຫຼີ ​ແລະ​ລັດຖະບານ​ສປປ.​ເກົາຫຼີ, ທ່ານ​ລີ້​ຈ້າ​ນຊູ່ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ຄະນະ​ປະຈຳ​ສະ​ພາປະຊາຊົນ​ທົ່ວ​ປະ​ເທດ​ຈີນ​ເຊິ່ງ​ເປັນ​ຜູ້ຕາງໜ້າ​ພິ​ເສດ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ​ພ້ອມ​ດ້ວຍ​ຄະນະຈະ​ຢ້ຽມຢາມ​ສປປ.​ເກົາຫຼີ​ໃນ​ວັນ​ທີ 8 ກັນຍານີ້ ​ແລະ​ເຂົ້າ​ຮ່ວມ​ກິດຈະກຳ​ສະ​ເຫຼີ​ມສະຫຼອງ​ການ​ສ້າງຕັ້ງສປປ.​ເກົາຫຼີ​ຄົບຮອບ 70 ປີ.