ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ພົບ​ປະ​ກັບ​ຜູ້​ບັນ​ຊາ​ການ​ສູງ​ສຸດກອງ​ທັບ​ສິງ​ກະ​ໂປ

2018-09-06 16:34:11 |ມາຈາກ: cri

ວັນ​ທີ 5 ກັນ​ຍາ​ນີ້​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ເວີ້ຍ​ເຟີ້ງ​​ເຮີ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ ເມນ​ວິງ ອອງ ຜູ້​ບັນ​ຊາ​ການ​ສູງ​ສຸດກອງ​ທັບ​ສິງ​ກະ​ໂປ.

ທ່ານ​ເວີ້ຍ​ເຟີ້ງເຮີ​ກ່າວ​ວ່າ: ພາຍ​ໃຕ້​ການ​ນຳ​ພາ​ຮ່ວມ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ແລະ​ທ່ານ​ນາ​ຍົກ​ລີ​ຊຽນ​ລົງ, ການ​ພົວ​ພັ​ນ​ຈີນ-ສິງ​ກະ​ໂປ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ກ້າວ​ເຂົ້​າ​ສູ່​ລວງ​ເລິກ​ຢ່າງ​ຕໍ່​ເນື່ອງ. ຈີນ​ຍິນ​ດີ​ຮ່ວມ​ກັບ​ສິງ​ກະ​ໂປ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ທາງ​ຍຸດ​ທະ​ສາດ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ, ຊຸກ​ຍູ້​ການ​ຝຶກ​ຊ້ອມ​ແລະ​ຊ້ອມ​ຮົບ​ຮ່ວມ, ການ​ແລກ​ປ່ຽນ​ກັນ​ລະ​ຫວ່າງ​ສະ​ຖາ​ບັນ​ຄັງ​ປັນ​ຍາແລະ​ການ​ຮ່ວມ​ມື​ຕົວ​ຈິງ​ອື່ນໆ, ລົງ​ເລິກ​ການ​ຮ່ວມ​ມື​ແລະ​ປະ​ສານ​ງານ​ເພື່ອ​ຄວາມ​ໝັ້ນ​ຄົງຫຼາຍ​ຝ່າຍ​ໃນ​ພາກ​ພື້ນ​ໃຫ້​ກ້າວ​ສູ່​ລວງ​ເລິກ​ຢ່າງ​ຕໍ່​ເນື່ອງ, ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ຈີນ-ສິງ​ກະ​ໂປ​ໃຫ້​ກ້າວ​ໜ້າ​ໄປ​ພ້ອມ​ຍຸກ​ສະ​ໄໝ,ຕັ້ງ​ໜ້າ​ປົກ​ປັກ​ຮັກ​ສາ​ສັ​ນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ທ່ານ ​ເມນ​ວິງ​ ອອງ​ ກ່າວ​ວ່າ, ສິງ​ກະ​ໂປຕີ​ລາ​ຄາ​ຢ່າງ​ສູງ​ຕໍ່ ​ບົດ​ບາດ​ສຳ​ຄັ​ນ​ຂອງ​ຈີນ​ໃນ​ວຽກ​ງານ​ສາ​ກົນ​ແລະ​ພາກ​ພື້ນ, ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ຍຸດ​ທະ​ສາດ, ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກໍ​ຄື​ສອງກອງ​ທັບ.