ການ​ສຳ​ມະ​ນາຫຼຸດ​ຜ່ອນ​ຄວາມ​ສ່ຽງ​ໄພ​ພິ​ບັດ​ຈີນ-ອາ​ຊຽນ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ

2018-09-06 16:47:00 |ມາຈາກ: cri

ການ​ສຳ​ມະ​ນາຫຼຸດ​ຜ່ອນ​ຄວາມ​ສ່ຽງ​ໄພ​ພິ​ບັດ​ຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ ເຂດ​ປົກ​ຄ​ອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງ​ຊີ​ ສ​ປ ຈີນ​ແຕ່​ວັນ​ທີ 5-6 ກັນ​ຍາ​ນີ້ ​ໂດຍ​ມີເຈົ້າ​ໜ້າ​ທີ່​​ອົງ​ການ​ຄຸ້ມ​ຄອງ​ໄພ​ພິ​ບັດ, ຜູ້​ຊ່ຽວ​ຊານ​ຈາກ​ຈີນ,ລາວ,ຫວຽດ​ນາມ, ມຽນ​ມາ​,ຟີ​ລິບ​ປິນ​ແລະ​ປະ​ເທດ​ອື່ນໆ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເພື່ອ​ຄົ້ນ​ຄວ້າ​ແລະ​ແລກ​ປ່ຽນ​ຄວາມ​ເຫັນ​​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະຫຼຸດ​ຜ່ອນ​ໄພ​ພິ​ບັດ​ກໍ​ຄື​ການກູ້​ໄພ​ຂອງ​ພາກ​ພື້ນ.

ເຈົ້າ​ໜ້າ​ທີ່​ຫ້ອງ​ການ​ຄຸ້ມ​ຄອງ​ໄພ​ພິ​ບັດ​ແລະ​ການ​ຊ່ວຍ​ເຫຼືອ​​ມະ​ນຸດ​ສະ​ທຳ​ຂອງ​​ກອງເລ​ຂາ​ອາ​ຊຽນ​ກ່າ​ວ​ວ່າ: ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຈີນ​ໄດ້​ຕັ້ງ​ໜ້າ​ຖ່າຍ​ທອດ​ເຕັກ​ນິກ​, ​ການ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ແລະ​​ໃຫ້​ການ​ບໍ​ລິ​ການ​ຍົກ​ລະ​ດັບ​ຄວາມ​ຮູ້​ດ້ານ​ການ​ປ້ອງ​ກັນ​ແລະຫຼຸດ​ຜ່ອນ​ໄພ​ພິ​ບັດ​ໃຫ້​ອາ​ຊຽນ, ອຸ​ປະ​ກອນ​ທີ່​ກ້າວ​ໜ້າ​ທັນ​ສະ​ໄໝ​ເຊັ່ນ:​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ທີ່​ຈີນ​ສະ​ໜອງ​ໃຫ້ໄດ້​ກາຍ​ເປັນ​ພາ​ຫະ​ນະ​ສຳ​ຄັນ​ສຳ​ລັບ​ອາ​ຊຽນໃນ​ການ​ຕິດ​ຕາມ​ສະ​ພາບ​ການ​​ໃນ​ເຂດ​ປະ​ສົບ​ໄພ​ໄດ້ຢ່າງວ່ອງ​ໄວ​ແລະຫຼຸດ​ຜ່ອນ​ຜົນ​ສະ​ທ້ອນ​ຈາກ​ໄພ​ທຳ​ມະ​ຊາດ.

ຂ່າວ​ແຈ້ງວ່າ: ການ​ສຳ​ມະ​ນາ​ຄັ້ງ​ນີ້​ ປິ່ນ​ອ້ອມ​ຫົວ​ຂໍ້​ດ້ານ​ຕ່າງໆ​ເຊັ່ນ:​ວິ​ທະ​ຍາ​ສາດ​ດ້ານ​ຄວາມ​ສ່ຽງ​ໄພ​ພິ​ບັດ, ເຕັກ​ນິກ​ກັບ​ນະ​ໂຍ​ບາຍ, ວິ​ທີ​ແລະ​ພາ​ຫະ​ນະ​ໃນ​ກາ​ນ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ໄພ​ພິ​ບັດ, ຄັງ​ສຳ​ຮອງເຂົ້າ​ຂອງ​ເຄື່ອງ​ໃຊ້​ກັບ​ອຸ​ປະ​ກອນ​ເຕັກ​ນິກ​ປ້ອງ​ກັນ​ໄພ​ພິ​ບັດ, ການ​ເພີ່ມ​ທະ​ວີ​ການ​ກຽມ​ພ້ອມ​ຮັບ​ມື​ໄພ​ພິ​ບັດ​ກໍ​ຄື​​ການ​ຟື້ນ​ຟູ​ຄືນ​ໃໝ່ຫຼັງ​ໄພ​ພິ​ບັດ​ແລະ​ອື່ນໆ. ໃນ​ໄລ​ຍະ​ດຳ​ເນີນກອງ​ປະ​ຊຸມ, ບັນ​ດາ​ຝ່າຍ​ຍັງ​ຈະສຳ​ມະ​ນາ​ກ່ຽວ​ກັບ​ແຜນ​ດຳ​ເນີນ​ງານໂຄງ​ການ​ຮ່ວມ​ມື​ຊ່ວຍ​ເຫຼືອ​ການ​ປ້ອງ​ກັນ​ແລະຫຼຸດ​ຜ່ອນ​ໄພ​ພິ​ບັດ​ອາ​ຊຽນ​ອີກ​ດ້ວຍ.