ຈີນ​ຕອບ​ໂຕ້​​ກຳ​ປັ່ນຮົບ​ອັງກິດທີ່​ລ່ວງ​ເຂົ້ານ່ານນ້ຳໝູ່ເກາະຊີ່​ຊ່າ

2018-09-07 17:53:49 |ມາຈາກ: cri

ທ່ານ​ນາງ ຮວ້າຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ວັນ​ທີ 6 ກັນຍາ​ນີ້​ວ່າ: ​ເມື່ອ​ບໍ່​ດົນ​ມາ​ນີ້, ກຳ​ປັ່ນ​ຮົບ​ອັງກິດ​ໄດ້​ລ່ວງ​ເຂົ້ານ່ານນ້ຳ​ໝູ່​ເກາະ​ຊີ່​ຊ່າ ປະ​ເທດ​ຈີນ ​ໂດຍ​ບໍ່​ໄດ້​ຮັບ​ການ​ອະນຸມັດ​ຈາກ​ລັດຖະບານ​ຈີນ​ສາກ່ອນ ຈີນ​ໄດ້​ຄັດຄ້ານ​ຕໍ່​ເລື່ອງ​ນີ້​ຢ່າງ​ເດັດຂາດ​ ແລະ ​ໄດ້​​ທັກ​ທ້ວງອັງກິດ​ຢ່າງ​ເຄັ່ງຂຶມ ທັງ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງ.

ທ່ານ​ນາງ​ຮວ້າຊຸ່ນຢິງ ກ່າວ​ວ່າ: ວັນ​ທີ 31 ສິງຫາ​ຜ່ານ​ມາ, ກຳ​ປັ່ນ​​ຮົບ Albion ອັງກິດ​ໄດ້​ລ່ວງ​ເຂົ້ານ່ານນ້ຳ​ໝູ່​ເກາະ​ຊີ່​ຊ່າ ປະ​ເທດ​ຈີນ ​ໂດຍ​ບໍ່​ໄດ້​ຮັບ​ການ​ອະນຸມັດ​ຈາກ​ລັດຖະບານ​ຈີນ​ສາກ່ອນ. ຈາກ​ນັ້ນ, ກອງທັບ​ເຮືອຈີນ​ກໍ​ໄດ້​ກວດກາ-ຈຳ​ແນ​ກ​ກຳ​ປັ່ນ​ຮົບອັງກິດ​ຕາມ​ກົດໝາຍ ​ແລະ​ໄດ້​ຕັກ​ເຕືອນ​ແລ້ວຂັບ​ໄລ່​ອອກ​ໄປ.

ທ່ານ​ນາງ​ຮວ້າຊຸ່ນຢິງ ກ່າວ​ຕື່ມ​ວ່າ: ໝູ່​ເກາະ​ຊີ່​ຊ່າ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ແຕ່​ປະຫວັດສາດ. ​ເມື່ອ​ເດືອນ​ພຶດສະພາ​ປີ 1996, ລັດ​ຖະບານ​ຈີນ​ໄດ້​ຂີດ​ແບ່ງ​ບໍລິ​ເວນ​ນ່ານນ້ຳໝູ່​​ເກາະ​ຊີ່​ຊ່າມາ​ແລ້ວ ​ໂດຍອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ນ່ານນ້ຳ​ແລະ​ເຂດ​ອ້ອມ​ແອ້ມ​ສາທາລະນະ​ລັດ​ປະຊາຊົນ​ຈີນ. ການ​​ເຄື່ອນ​ໄຫວຂອງ​ກຳ​ປັ່ນຮົບ​ອັງກິດ​ໄດ້​ລະ​ເມີດ​ກົດໝາຍ​ຂອງ​ຈີນ​ແລະ​ກົດໝາຍ​ສາກົນ​ທີ່​ກ່ຽວຂ້ອງ, ​ໄດ້​ລ່ວງ​ລ້ຳ​ອຳນາດ​ອະທິປະ​ໄຕ​ຂອງ​ຈີນ ຈີນກ່າວ​ເຕືອນ​ອັງກິດ​ຢ່າງ​ເຄັ່ງຂຶມ​ໃຫ້​ຍຸດຕິ​ການ​ກະທຳ​ທ້າ​ທາຍ​ເກາະ​ຜິດ​ແບບ​ນີ້ ​ເພື່ອຫຼີກ​ເວັ້ນບໍ່​ໃຫ້​ແຕະຕ້ອງ​ເຖິງການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ກໍ​ຄື ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຖືກ​ທຳລາຍ. ຈີນ​ຈະ​ສືບ​ຕໍ່​ນຳ​ໃຊ້​ມາດ​ຕະການ​ທີ່​ຈຳ​ເປັນ​ທັງ​ໝົດ​ເພື່ອ​ປົກ​ປ້ອງ​ອຳນາດ​ອະທິປະ​ໄຕ​ແລະ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ຕົນ.