ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ຈີນ​​ເຮັດ​ໃຫ້​ອາ​ຊຽນ​ໄດ້​ຮັບ​ຜົນ​ປະ​ໂຫຍດ

2018-09-10 10:52:15 |ມາຈາກ: cri

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເຈົ້າຄອງ​ຕົວ​ເມືອງ​ຈີນ-ອາ​ຊຽນ 2018 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ​ເຂດກວາງ​ຊີ​ຂອງ​ຈີນ​ໃນ​ວັນ​ທີ 8 ກັນ​ຍາ​ນີ້, ​ໂດຍ​ມີແຂ​ກ​ທີ່​ມີ​ກຽດ​ປະ​ມານ 300 ທ່ານ​ທີ່​ມາ​ຈາກ​ຮ້ອຍກວ່າ​ຕົວ​ເມືອງ​ຂອງ​ຈີນ​ແລະ​ອາ​ຊຽນ​​ເຂົ້າ​ຮ່ວມກອງ​ປະ​ຊຸມ, ເພື່ອ​ປຶກ​ສາ​ຫາ​ລື​ການ​ພັດ​ທະ​ນາຕົວ​ເມືອງ​ແລະ​ການ​ຮ່ວມ​ມື​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ.

ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​ນາງ​ກ​ລໍ​ເຣຍ ມາ​ກາ​ປາ​ກັນ ອາ​ໂລ​ໂຢ ອະ​ດີ​ດ​ປະ​ທາ​ນາ​ທິ​ບໍ​ດີ, ປະ​ທານ​ສະ​ພາ​ຕ່ຳ​ຊຸດ​ປັດ​ຈຸ​ບັນ​ຂອງ​ຟີ​ລິບ​ປິນ​ກ່າວ​ວ່າ, ​ຫຼັງ​ຈາກ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ​​ມາ​ເປັນ​ເວ​ລາ 40 ປີ, ຈີນ​ໄດ້​ກາຍ​ເປັນ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ທີ​ສອງ​​ຂອງ​ໂລກ, ແລະ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ແລະ​ອື່ນໆ​ເພື່ອ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ພາກ​ພື້ນ​, ເຊິ່ງ​ຈະ​ເຮັດ​ໃຫ້​ຜົນການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ​ຂະ​ຫຍາຍກວ້າງ​ອອກ​ຕື່ມ​ອີກ, ແລະ​ເຮັດ​ໃຫ້​​ບັນ​ດາປະ​ເທດ​ອາ​ຊຽນ​ທີ່​ຢູ່​ໃກ້​ຄຽງໄດ້​ຮັບ​ຜົນ​ປະ​ໂຫຍດ.

ທ່ານ​ນາງ​ອາ​ໂລ​ໂຍ ຫວັງ​ວ່າ, ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ສາ​ມາດ​ເຮັດ​ໃຫ້ປະ​ເທດ​ອາ​ຊຽນ​ລວມ​ທັງ​ຟີ​ລິບ​ປີນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ເຕັກ​ນິກ​ຫຼາຍກວ່າ​ເກົ່າ, ພ້ອມ​ກັນ​ນັ້ນ, ​ປັດ​ຈຸ​ບັນ, ​ການ​ຮ່ວມ​ມື​ທາງ​ບົກ​ລະ​ຫວ່າງ​ຈີນ​ແລະ​ອາຊຽນ​ນັບ​ມື້​ນັບ​ໃກ້​ຊິດກວ່າ​ເກົ່າ, ຂະ​ນະ​ດຽວ​ກັນ​ກໍເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ການ​ເດີນ​ເຮືອ​ທາງ​ທະ​ເລ​ຢ່າງ​ບໍ່​ຢຸດ​ຢັ້ງ, ຊຸກ​ຍູ້​ໃຫ້​ການ​ຄົມ​ມະ​ນາ​ຄົມ​ທາງ​ທະ​ເລ​ສະ​ດວກ​ຍິ່ງ​ຂຶ້ນ.

ທ່ານ​ນາງ​ອາ​ໂລ​ໂຍ ​ຍັງກ່າວ​ຕື່ມ​ວ່າ, “ໃນ​ຂະ​ບວນ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ, ພວກ​ເຮົາ​ຄວນ​ຮັດ​ແໜ້ນ​ມິດ​ຕະ​ພາບ​ຢ່າງ​ບໍ່​ຢຸດ​ຢັ້ງ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລະ​ບັນ​ລຸ​ຄວາມ​ຈະ​ເລີນ​ຮຸ່ນ​ເຮືອງ​ຮ່ວມ​ກັນ​ໂດຍ​ຜ່ານ​​ການ​ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ.”