ໃນ 8 ເດືອນ​ຕົ້ນ​ປີ​ນີ້​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ​ໄດ້​ເພີ່ມ​ຂຶ້ນ 5,9%

2018-09-10 10:56:17 |ມາຈາກ: cri

ຕົວ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່ອົງ​ການ​ພາ​ສີ​​ແຫ່ງ​ຊາດຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 8 ກັນ​ຍາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ 8 ເດືອນ​ຕົ້ນ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ​ບັນ​ລຸ​ເຖິງ 2670 ຕື້ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 5,9%, ​ຈັງ​ຫວະ​ການ​ເຕີບ​ໂຕ​ຫຼາຍກວ່າ 7 ເດືອນ​ຜ່ານ​ມາ 0,7%, ແຕ່​ຍັງ​ບໍ່​ຮອດ 1 ສ່ວນ 3 ຂອງ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ.

ໃນ​ຄູ່​ຄ້າ​ຕົ້ນ​ຕໍ​ຂອງ​ຈີນ​ນັ້ນ, ຈັງ​ຫວະ​ການເຕີບ​ໂຕ​​ດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ​ໃນ 8 ເດືອນ​ຜ່ານ​ມາ​ຕ່ຳ​ກວ່າ​ຈັງ​ຫວະ​ການ​ເຕີບ​ໂຕ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ເອີ​ລົບ, ​ແລະກໍ​ຕ່ຳ​ກວ່າລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ. ໃນ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ​ຈັງ​ຫວະ​ການເຕີບ​ໂຕ​​ດ້ານການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ​ສູງກວ່າ​ຈັງ​ຫວະ​ການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ສະ​ຫະ​ພາບ​ເອີ​ລົບ 3%.

ນອກ​ນີ້​ຂ່າວ​ແຈ້ງ​ຕື່ມວ່າ, ໃນ 8 ເດືອນ​ຕົ້ນ​ປີ​ນີ້​ຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 9,1% ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ​ຂະ​ນະ​ທີ່ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ​ຕ່ຳ​ກວ່າ​ລະ​ດັບ​ສະ​ເລ່ຍ. ແຕ່​ໃນ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​, ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາໄດ້​ເພີ່ມ​ຂຶ້ນ​ສູງກວ່າ​ລະ​ດັບ​ສະ​ເລ່ຍ​ປະ​ມານ 2%.