
ໃນວັນທີ 8 ກັນຍາ,ໃນຕອນທີ່ເກີດເຫດການແຜ່ນດິນໄຫວ ໂຮງຮຽນມັດທະຍົມທີ່ 1 ໄດ້ຍ້າຍນັກຮຽນທີ່ຢູ່ໂຮງຮຽນຈຳນວນ 2000 ກວ່າຄົນໄປເຖິງເຂດທີ່ກວ້າງຂວາງຢ່າງປອດໄພ,ຂະບວນການຍົກຍ້າຍແມ່ນເປັນໄປຕາມລໍາດັບ.ຜູ້ອຳນວຍການ ຫຼໍຟ່າງ ເວົ້າວ່າ “ນີ້ແມ່ນຜົນປະໂຫຍດທີ່ໄດ້ຮັບຈາກການຝຶກຮັບມືຕໍ່ແຜ່ນດິນໄຫວທີ່ທາງໂຮງຮຽນໄດ້ຈັດຂຶ້ນໃນທຸກປີ,ນັກຮຽນໄດ້ຮັບຮູ້ຄວາມຮູ້ທົ່ວໄປຂອງແຜ່ນດິນໄຫວແລະເສັ້ນທາງຫນີໝົດ,ຮູ້ວ່າຄວນເຮັດແນວໃດເມື່ອແຜ່ນດິນໄຫວເກີດຂຶ້ນ,ຮູ້ວ່າເມື່ອໄດ້ຍິນການຊີ້ນຳຂອງສຽງເຕືອນໄພຄວນຈະແລ່ນໄປທາງໃດ.”