ເປີດ​ປ້າຍ​ສູນໂອນ​ຖ່າຍ​ເຕັກ​ໂນ​ໂລ​ຊີ​ປະ​ເທດບ​ຣິກ​ສ໌​ຢູ່​ນະ​ຄອນ​ຄຸນ​ໝິງ

2018-09-11 16:05:22 |ມາຈາກ: cri

ກອງ​ປະ​ຊຸມ​ໜ່ວຍ​ງານ​ການ​ພົວ​ພັນ​ຄູ່​ຮ່ວມ​ປະ​ກອບ​ທຸ​ລະ​ກິດ​ແລະ​ການ​ປະ​ດິດ​ສ້າງ​​ໃໝ່​ທາງ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ປະ​ເທດບ​ຣິກ​ສ໌​ຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ໝິງ​ແຂວງ​ຢຸນ​ນານ ສ​ປ ຈີນ​ໃນ​ວັນ​ທີ 10 ກັນ​ຍາ​ນີ້, ຜູ້​ຕາງ​ໜ້າ​ຈາກ​ປະ​ເທດ​ບ​ຣິກ​ສ໌​ໄດ້​ຖອດ​ຖອນ​ບົດ​ຮຽນ​ນຳ​ກັນກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ:“ການ​ສ້າງ​ຄັງ​ບຸກ​ຄະ​ລາ​ກອນ​ປະ​ເທດບ​ຣິກ​ສ໌” ແລະ​ຫົວ​ຂໍ້​ອື່ນໆ, ພ້ອມ​ທັງ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ການ​ເປີດ​ປ້າຍ​ສູນ​ໂອນ​ຖ່າຍ​ເຕັກ​ໂນ​ໂລ​ຊີ​ປະ​ເທດບ​ຣິກ​ສ໌.

ໜ່ວຍ​ງານ​ການ​ພົວ​ພັນ​ຄູ່​ຮ່ວມ​ປະ​ກອບ​ທຸ​ລະ​ກິດ​ແລະ​ການ​ປະ​ດິດ​ສ້າງ​​ໃໝ່​ທາງ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ປະ​ເທດບ​ຣິກ​ສ໌ໄດ້​ຮັບ​ການສະ​ເໜີໃຫ້​ສ້າງ​ຕັ້ງ​ຂຶ້ນໃນ​ປີ 2016,ແລະ​ໃນ​ປີ 2017 ໄດ້​ຮັບ​ການສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ,ພ້ອມ​ທັງ​ໄດ້​ຈັດ​ກອງ​ປະ​ຊຸມ​ໜ່ວຍ​ງານ​ຄັ້ງ​ທຳ​ອິດ​ຢູ່ນະ​ຄອນບັງ​ກາ​ໂລ​ປະ​ເທດ​ອິນ​ເດຍ​ໃນ​ວັນ​ທີ 9 ເມ​ສາ​ປີ 2017. ມາ​ຮອດ​ປັ​ດ​ຈຸ​ບັນ,ໜ່ວຍ​ງານ​ດັ່ງ​ກ່າວໄດ້​​ເອົາ​ໃຈ​ໃສ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ປະ​ກອບ​ທຸ​ລະ​ກິດ​ແລະ​ການ​ປະ​ດິດ​ສ້າງ​ໃໝ່​​ທາງວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ປະ​ເທດບ​ຣິກ​ສ໌ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,ຊ່ວຍ​ຊູ​ຍູ້​ໜູນ​ກັນ​ໃນ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ,ຊຸກ​ຍູ້​ການ​ພັດ​ທະ​ນາ​ທີ່​ຍືນ​ຍົງ ແລະໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຕັ້ງ​ໜ້າ.