​ກອງ​ປະ​ຊຸມ​ລົງ​ທຶນ​ໂລກ​ໄຂ​ຂຶ້ນ​ຢູ່​ເຊ້ຍ​ເມິນ

2018-09-11 16:08:00 |ມາຈາກ: cri

ກອງ​ປະ​ຊຸມ​ລົງ​ທຶນ​ໂລກ​ຄັ້ງ​ທີ 23 ທີ່​ຈັດ​ຂຶ້ນ​ໂດຍ​ສະ​ມາ​ຄົມ​ອົງ​ການ​ສົ່ງ​ເສີມ​ການ​ລົງ​ທຶນ​ໂລກ ຫຼື WAIPA ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ເຊ້ຍ​ເມິນ​ຂອງ​ຈີນ​ໃນ​ວັນ​ທີ 9 ກັນ​ຍານີ້ ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ທີ່ WAIPA ຈັດ​ກອງ​ປ​ະ​ຊຸມ​ດັ່ງ​ກ່າວ​ຢູ່​ຈີນ​ນັບ​ແຕ່​ສ້າງ​ຕັ້ງ​ຂຶ້ນ 23 ປີ​ມານີ້.

ໃນຫຼາຍ​ປີ​ມານີ້, ທ່າອ່ຽງ​ທີ່​ປະ​ເທດ​ພັດ​ທະ​ນາ​ແລ້ວ​ເຂົ້າໄປ​ລົງ​ທຶນ​ໂດຍ​ກົງ​ຢູ່​ປະ​ເທດ​ພວມ​ພັດ​ທະ​ນາ​ນັ້ນ ນັບ​ມື້​ນັບ​ຈະ​ແຈ້ງ. ຂະ​ນະ​ດຽວ​ກັນ, ການ​ລົງ​ທຶນ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ປະ​ເທດ​ພວມ​ພັດ​ທະ​ນາ ກໍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໜັກ​ແໜ້ນ, ເຊິ່ງ​ໄດ້​ສ້າງ​​ຜົນ​ປະ​ໂຫຍດ​ຢ່າງ​ໃຫຍ່ຫຼວງ​ໃຫ້​ກັບ​ເສດ​ຖະ​ກິດ​ໂລກ ໂດຍ​ໄດ້​ຊຸກ​ຍູ້​ຄວາມ​ຮັ່ງ​ມີ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ​ໂດຍ​ກົງ.

ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ກ່າວວ​ວ່າ, ນີ້​ແມ່ນ​ສາ​ເຫດ​ທີ່ WAIPA ຍຶດ​ໝັ້ນ​ຈະ​ສືບ​ຕໍ່​ ພັດ​ທະ​ນາ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ລົງ​ທຶນ​ແລະ​ວິ​ສາ​ຫະ​ກິດ ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູ​ນ​ຈາກ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນໆ​ແລະ​​ປະ​ຊາ​ຄົມ​ໂລກ. ສະ​ນັ້ນ, ກອງ​ປະ​ຊຸມ​ຄັ້ງ​ນີ້​ຈຶ່ງ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ກັບ​ຫົວ​ຂໍ້​ທີ່​ວ່າ “ຍົກ​ສູງ​ຄວາມ​ສາ​ມາດ​ຂອງສະ​ມາ​ຄົມ​ສົ່ງ​ເສີມ​ການ​ລົງ​ທຶນ​ໃນ​ຍຸກ​ໃໝ່​ເພື່ອ​ລົງ​ທຶນ​ໂດຍ​ກົງຢູ່​ຕ່າງ​ປະ​ເທດ​”.