
ທ່ານ ສີຈິ້ນຜິງ ກ່າວຕື່ມວ່າ: ຈີນລິເລີ່ມໃຫ້ສ້າງປະຊາຄົມຮ່ວມຊາຕາກຳມວນມະນຸດ,ກໍ່ມີຈຸດຢືນຢາກໃຫ້ມີຄວາມເຄົາລົບເຊິ່ງກັນແລະກັນລະຫວ່າງປະເທດກັບປະເທດ,ປະຕິບັດຕໍ່ກັນຢ່າງສະເໝີພາບ,ມີຄວາມປອງດອງກັນໃນຄວາມຕ່າງກັນ,ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ.ຈີນຍິນດີຮ່ວມກັບແອສໂຕນີຊຸກຍູ້ສາຍພົວພັນລະຫວ່າງສອງຝ່າຍໃຫ້ໄດ້ຮັບການຂະຫຍາຍຕົວທີ່ໃຫຍ່ຫຼວງກວ່າເກົ່າຢ່າງບໍ່ຢຸດຢັ້ງບົນພື້ນຖານເຄົາລົບເຊິ່ງກັນແລະກັນແລະປະຕິບັດຕໍ່ກັນຢ່າງສະເໝີພາບ. ຈີນສະໜັບສະໜູນຂະບວນການເຊື່ອມໂຍງເຂົ້າກັນຂອງເອີຣົບ,ຍິນດີເພີ່ມທະວີການຮ່ວມມືກັບເອີຣົບ,ປົກປ້ອງລັດທິຫຼາຍຝ່າຍ,ຕໍ່ຕ້ານລັດທິຝ່າຍດຽວ,ຮ່ວມກັນສ້າງເສດຖະກິດໂລກແບບເປີດປະຕູ.
ທ່ານ ເຄີສຕີ ຄາຈູລຽດ ກ່າວວ່າ: ແອສໂຕນີໄດ້ຕີລາຄາຢ່າງສູງທີ່ຈີນໄດ້ປະຕິບັດຕໍ່ປະເທດຕົນທີ່ເປັນປະເທດນ້ອຍຢ່າງສະເໝີພາບ. ປະເທດຕົນສະໜັບສະໜູນລັດທິຫຼາຍຝ່າຍແລະການຄ້າເສລີ,ທ່ານຍ້ອງຍໍຊົມເຊີຍຈີນທີ່ໄດ້ເສີມຂະຫຍາຍບົດບາດອັນສຳຄັນໃນວຽກງານສາກົນ,ຍິນດີຮ່ວມກັບຈີນພ້ອມກັນປົກປັກຮັກສາຫຼັກການສາກົນແລະລະບຽບການສາກົນ.