ຈີນ​ກ່າວ​ວ່າ, ​ກອງ​ປະ​ຊຸມປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ການ​ຄ້າ​ລະ​ດັບ​ສູງ​ຈີນ-ອາ​ເມ​ຣິ​ກາຈະ​ເປີດ​ຄືນ​ໃໝ່​ໃນ​ເວ​ລາ​ໃດ​​ນັ້ນ​ຂຶ້ນ​ກັບຄວາມ​ປາດ​ຖະ​ໜາ​ຂອງ​ອາ​ເມ​ຣິ​ກາ

2018-09-25 17:51:50 |ມາຈາກ: cri

ວັນ​ທີ 25 ກັນ​ຍາ​ນີ້​ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຢູ່​​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ, ທ່ານວາງ​ໂຊ້​ເວີນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ທັງ​ເປັນ​ຮອງ​ຫົວ​ໜ້າ​ການ​ເຈ​ລະ​ຈາ​ການ​ຄ້າ​ສາ​ກົນ​ຈີນ​ກ່າວ​ວ່າ, ກອງ​ປະ​ຊຸມປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ການ​ຄ້າ​ລະ​ດັບ​ສູງ​ຈີນ-ອາ​ເມ​ຣິ​ກາຈະ​ເປີດ​ຄືນ​ໃໝ່​ໃນ​ເວ​ລາ​ໃດ​​ນັ້ນ​ຂຶ້ນ​ກັບຄວາມ​ປາດ​ຖະ​ໜາ​ຂອງ​ອາ​ເມ​ຣິ​ກາ.

ທ່ານ​ວາງ​ໂຊ້​ເວີນ​ກ່າ​ວ​ວ່າ, ຢາກ​ໃຫ້​ການ​ເຈ​ລະ​ຈາ​ໄດ້​ຮັບ​ຜົນ, ກ່ອນ​ອື່ນ​ຕ້ອງ​ມີ​ທ່າ​ທີ​ສະ​ເໝີ​ພາບ​ກັນ​ແລະ​ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ. ປັດ​ຈຸ​ບັນ​, ອາ​ເມ​ຣິ​ກາ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ກີດ​ກັນ​ທາງ​ການ​ຄ້າ​ຂະ​ໜາດ​ໃຫຍ່​ປາ​ນ​ນີ້, ​ປານ​ເອົາ​ມີດ​ຈີ້​ຄໍ​ຂອງ​ຄົນ​ອື່ນ, ເຮັດ​ໃຫ້​ການ​ເຈ​ລະ​ຈາ​ແລະ​ການ​ປຶກ​ສາ​ຫາ​ລື​ບໍ່​ສະ​ເໝີ​ພາບ. ຂະ​ນະ​ດຽວ​ກັນ, ການ​ເຈ​ລະ​ຈາ​ແລະ​ການ​ປຶກ​ສາ​ຫາ​ລື​ຕ້ອງ​ມີ​ຄວາມ​ຈິງ​ໃຈ​ແລະ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ. ການ​ປຶກ​ສາ​ຫາ​ລື​ລະ​ດັ​ບ​ສູງ​ຈີນ​ແລະ​ອາ​ເມ​ຣິ​ກາ​ໄດ້​ດຳ​ເນີນ​ເປັນ 4 ຮອບ​ແລ້ວ, ການ​ປຶກ​ສາ​ຫາ​ລື​ເຫຼົ່າ​ນີ້​ໄດ້​ກ້າວ​ເຖິງ​ຄວາມ​ເປັນ​ເອ​ກະ​ພາບ​ບໍ່​ໜ້ອຍ, ​ຍິ່ງກວ່າ​ນັ້ນ, ສອງ​ຝ່າຍໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ, ແຕ່​ວ່າ​ອາ​ເມ​ຣິ​ກາ​ຊ້ຳ​​ພັດປະ​ຖິ້ມ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ເຫຼົ່າ​ນີ້, ແລະ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການກີດ​ກັນ​ທາງ​ການ​ຄ້າ, ສົ່ງ​ຜົນ​ເຮັດ​ໃຫ້​ການ​ເຈ​ລະ​ຈາ​ບໍ່​ສາ​ມາດ​ດຳ​ເນີນ​​ຕໍ່​ໄປ​ໄດ້​ອີກ.

ທ່ານ​ວາງ​ໂຊ້​ເວີນ ກ່າວ​ເນັ້ນ​ວ່າ, ຕ້ອງ​ມີ​ຄວາມ​ຈິງ​ໃຈ, ແລະ​ມີ​ຄວາມ​ສະ​ເໝີ​ພາບ​ກັນ​ໃນ​ການ​ເຈ​ລະ​ຈາ, ຂະ​ນະ​ດຽວ​ກັນ​ນັ້ນ​ກໍ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ, ຈິ່ງ​ຈະ​ສາ​ມາດ​ຊອກ​​ເຫັນ​ທາງ​ອອກ​​ຂອງການ​ເຈ​ລະ​ຈາ.