ພິທີມອບຂົວ 4 ແຫ່ງຂອງປະເທດຈີນທີ່ສະໜັບສະໜູນການກໍ່ສ້າງຕໍ່ປະເທດລາວ

2018-09-28 17:00:18 |ມາຈາກ: Yunnan Gateway

ພິທີການມອບຂົວ 4 ແຫ່ງທີ່ສະໜັບສະໜູນການກໍ່ສ້າງໂດຍບໍລິສັດເສັ້ນທາງລົດໄຟລາວ-ຈີນແລະອົງການຮ່ວມການກໍ່ສ້າງຂອງເສັ້ນທາງລົດໄຟລາວ-ຈີນ ຕໍ່ເຂດໄພພິບັດແຂວງອັດຕະປືພາກໃຕ້ຂອງປະເທດລາວພ້ອມດ້ວຍການມອບຫລຽນໄຊໄດ້ຈັດຂຶ້ນທີ່ກະຊວງໂຍທາທິການຂົນສົ່ງລາວໃນວັນທີ 26 ນີ້.

ໃນພິທີການ,ທ່ານ ຫຼີປິ່ງ ຜູ້ອຳນວຍການໃຫຍ່ຂອງບໍລິສັດເສັ້ນທາງລົດໄຟລາວ-ຈີນ ໄດ້ລາຍງານສະພາບການການກໍ່ສ້າງແລະການສຳເລັດການກໍ່ສ້າງຂອງຂົວ 4 ແຫ່ງແລະສົ່ງມອບຂົວ 4 ແຫ່ງນີ້ໃຫ້ແກ່ຝ່າຍລາວຮັບແລະຄຸ້ມຄອງນໍາໃຊ້ຢ່າງເປັນທາງການ.

ເພື່ອຍ້ອງຍໍອົງການເຂົ້າຮ່ວມການສະໜັບສະໜູນການກໍ່ສ້າງຂົວ 4 ແຫ່ງໃນເຂດໄພພິບັດ,ນາຍົກລັດຖະມົນຕີແຫ່ງປະເທດລາວ ທ່ານ ທອງລຸນ ສີສຸລິດ ໄດ້ເຊັນຮັບແລະຍ້ອງຍໍບໍລິສັດເສັ້ນທາງລົດໄຟລາວ-ຈີນ,ກົມທີ່ສອງຂອງບໍລິສັດລົດໄຟແຫ່ງປະເທດຈີນແລະກຸ່ມບໍລິສັດການກໍ່ສ້າງກຳລັງໄຟຟ້າຈີນສຳລັບການສະໜັບສະໜູນຂົວທີ່ໄດ້ຮັບຄວາມເສຍຫາຍໃນເຂດໄພພິບັດແຂວງອັດຕະປື,ແລະມອບຫລຽນຄໍາໃຫ້ແກ່ 3 ອົງການດັ່ງກ່າວໂດຍທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການຂົນສົ່ງລາວ.